ໜຶ່ງໃນບັນດາເນື້ອໃນ 2 ຝ່າຍພິຈາລະນາ ແມ່ນບ້ວງຄວາມວັດທະນາຖາວອນ, ລວມມີບັນດາກົນໄກໜູນຊ່ວຍດ້ານເສດຖະກິດ ແລະຟື້ນຟູໃຫ້ແກ່ ຢູແກຼນ, ບັນດາເຄື່ອງມືດຶງດູດການລົງທຶນ ແລະຂອບເຂດການຮ່ວມມືໄລຍະຍາວ.

ກ່ອນໜ້ານັ້ນ ກໍໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງ ຢູແກຼນ ທ່ານ Volodymyr Zelensky ປິ່ນອ້ອມບັນດາບັນຫາເຊິ່ງຄະນະຜູ້ແທນເຈລະຈາຂອງສອງປະເທດປຶກສາຫາລືໃນການພົບປະສອງຝ່າຍຢູ່ເຊີແນວ, ກໍຄືບັນດາບາດກ້າວກະກຽມໃຫ້ແກ່ການພົບປະສາມຝ່າຍ ອາເມລິກາ - ລັດເຊຍ - ຢູແກຼນ ໃນຕົ້ນເດືອນ ມີນາ ຈະມາເຖິງ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຂອງ 3 ປະເທດ ໄດ້ຈັດການເຈລະຈາ 2 ຄັ້ງຢູ່ Abu Dhabi ແລະຖັດຈາກນັ້ນແມ່ນການເຈລະຈາຢູ່ ເຊີແນວ ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາບັນຫາຫຼັກແຫຼ່ງແກ່ນສານເທື່ອ.

ແຫຼ່ງຄັດຈາກ: vovworld.vn