leftcenterrightdel
ສະຫະປະຊາຊາດ ໄດ້ກ່າວເຕືອນວ່າວິກິດການມະນຸດສະທຳຢູ່ ໂຊມາລີ ນັບມື້ນັບຮ້າຍແຮງ. ພາບ: REUTERS/Feisal Oma

ຄຳກ່າວເຕືອນໄດ້ຍົກອອກມາພາຍຫຼັງບົດລາຍງານການຈຳແນກໄລຍະຄວາມໝັ້ນຄົງດ້ານສະບຽງອາຫານແບບບູລະນະການ (IPC) ໄດ້ປະກາດການຄາດຄະເນວ່າມີປະມານ 1/3 ຈຳນວນປະຊາກອນຂອງ ໂຊມາລີ, ເທົ່າກັບ 6,5 ລ້ານຄົນ, ຈະຖືກຕົກໃນສະພາບວິກິດການອຶດຫິວ ຫຼືຮ້າຍແຮງກວ່າໃນເດືອນ ມີນາ, ເພີ່ມຂຶ້ນ 1,7 ລ້ານຄົນເມື່ອທຽບໃສ່ເດືອນ ມັງກອນ.

ບົດລາຍງານກໍ່ຄາດຄະເນວ່າ ມີປະມານ 2 ລ້ານຄົນພວມຢູ່ໃນສະພາບອຶດຫິວຢ່າງຮ້າຍແຮງ, ໃນຂະນະນັ້ນມີເດັກນ້ອຍກວ່າ 1,8 ລ້ານຄົນອາຍຸຕ່ຳກວ່າ 5 ປີມີຄວາມສ່ຽງຂາດສານອາຫານກະທັນຫັນໃນປີ 2026, ໃນນັ້ນມີເດັກນ້ອຍປະມານ 500.000 ຄົນອາດຈະຂາດສານອາຫານໜັກ.

ແຫຼ່ງຄັດຈາກ: vovworld.vn