ອີຣານ ຢັ້ງຢືນບໍ່ຢາກສົງຄາມກັບ ອາເມລິກາ, ສົງຄາມໄດ້ນຳມາ ເຊິ່ງບັນດາຜົນຮ້າຍເທົ່ານັ້ນ, ບໍ່ມີຜົນປະໂຫຍດໃຫ້ແກ່ ອີຣານ, ອາເມລິກ ກໍ່ຄືທົ່ວພາກພື້ນ. ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ໄດ້ຖະແຫຼງຄືແນວນັ້ນ ໃນການໂອ້ລົມທາງໂທລະສັບກັບທ່ານ Abdel Fattah El Sisi ປະທານາທິບໍດີ ອີຢີບ ໃນຕອນຄ່ຳຂອງວັນທີ 31 ມັງກອນ.

leftcenterrightdel
ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ. ພາບ: Reuters

ກ່ອນໜ້ານັ້ນ 1 ວັນ, ທ່ານ ປະທານາທິບໍດີ ອີຣານ Masoud Pezeshkian ກໍ່ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງອັນຮ້າຍແຮງ ທີ່ພວມເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງ ໃນສະພາບການທີ່ການມີໜ້າດ້ານການທະຫານຫຼາຍທີ່ສຸດ ກໍ່ຄືບັນດາຄຳເວົ້າທີ່ເຕັມໄປດ້ວຍລັກສະນະນາບຂູ່ຂອງ ອາເມລິກາ.

ກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ອີຣານ ໃນປະຈຸບັນ, ທ່ານ Ali Larijani, ເຈົ້າໜ້າທີ່ອະວຸໂສອັນດັບໜຶ່ງຂອງ ອີຣານ ໄດ້ປະກາດວ່າ: ປະເທດນີ້ ໄດ້ເລີ່ມສ້າງຂອບການເຈລະຈາກັບ ອາເມລິກາ ແລ້ວແຕ່ບັນດາລາຍລະອຽດຍັງບໍ່ທັນໄດ້ເຕື້ອງເຖິງເທື່ອ.

ແຫຼ່ງຄັດຈາກ: vovworld.vn