ອີຢິບ ສືບຕໍ່ຂົນສົ່ງເຄື່ອງຊ່ວຍເຫຼືອເກືອບ 7.500 ໂຕນໄປຍັງ ກາຊາ
ນີ້ແມ່ນເຄື່ອງຊ່ວຍເຫຼືອ ງວດທີ 125, ລວມມີ: ທັນຍາຫານກວ່າ 3.500 ໂຕນ, ຢຸກຢາ ແລະ ເຄື່ອງອຸປະກອນການແພດເກືອບ 2.300 ໂຕນ
    |
 |
|
ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນ. ພາບ: vov.vn |
ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍໂດຍດ່ວນໃຫ້ແກ່ປະຊາຊົນ ກາຊາ, ວັນທີ 27 ມັງກອນ, ອົງການຊີກວົງເດືອນແດງສາກົນ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງ ກາຊາ ຕື່ມອີກ ລວມມີບັນດາເຄື່ອງໃຊ້ທີ່ຈຳເປັນເກືອບ 7.500 ໂຕນ.
ນີ້ແມ່ນເຄື່ອງຊ່ວຍເຫຼືອ ງວດທີ 125, ລວມມີ: ທັນຍາຫານກວ່າ 3.500 ໂຕນ, ຢຸກຢາ ແລະເຄື່ອງອຸປະກອນການແພດເກືອບ 2.300 ໂຕນ, ພ້ອມກັນນັ້ນ ກໍ່ແມ່ນເຊື້ອເພີງ, ນ້ຳນົມສຳລັບເດັກ, ຜ້າຫົ່ມ, ຕູບ ແລະເຄື່ອງນຸ່ງ, ເຄື່ອງໃຊ້ໃນລະດູໜາວ.
ປະຈຸບັນ, ອີຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ກາຊາ ໃນໄລຍະເກີດສົງຄາມເປັນເວລາກວ່າ 2 ປີຜ່ານມາ. ຕາມນັ້ນແລ້ວ, ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ ກາຊາ.
ແຫຼ່ງຄັດຈາກ: vovworld.vn