ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າໃນການເຈລະຈາລະຫວ່າງ ລັດເຊຍ ແລະຢູແກຼນ
ຄາດວ່າ ບັນດານັກເຈລະຈາ ລັດເຊຍ ແລະຢູແກຼນ ຈະພົບປະກັນໃນວັນອາທິດຈະມາເຖິງ, ດ້ວຍຄວາມອາດສາມາດຈະມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາເມລິກາ.
ວັນທີ 27 ມັງກອນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະຢູແກຼນ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ພວມດຳເນີນໄປຢ່າງດີງາມ ແລະຈະມີການພົບປະ 3 ຝ່າຍ ເຊິ່ງຈະຖືກຈັດຂຶ້ນໃນທ້າຍອາທິດນີ້. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍລາຍລະອຽດເທື່ອ.
ກ່ຽວກັບຝ່າຍ ຢູແກຼນ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ເອກະສານກ່ຽວຂ້ອງເຖິງການຮັບປະກັນຄວາມໝັ້ນຄົງຈາກຝ່າຍ ອາເມລິກາ ໄດ້ “ສຳເລັດ 100%” ແລ້ວ ແລະ ກີແອັບ ພວມລໍຖ້າຈຸດເວລາ, ສະຖານທີ່ເພື່ອລົງນາມ. ທ່ານສືບຕໍ່ຢືນຢັນຫຼັກການຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ ຕ້ອງໄດ້ຮັບຄວາມເຄົາລົບໃນບໍ່ວ່າມາດຕະການສັນຕິພາບໃດໆ.
ສ່ວນວັງ Kremlin ເນັ້ນໜັກວ່າ ບັນຫາຜືນແຜ່ນດິນແມ່ນປັດໄຈແກ່ນສານໃນການເຈລະຈາ. ຄາດວ່າ ບັນດານັກເຈລະຈາ ລັດເຊຍ ແລະຢູແກຼນ ຈະພົບປະກັນໃນວັນອາທິດຈະມາເຖິງ, ດ້ວຍຄວາມອາດສາມາດຈະມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາເມລິກາ.
ແຫຼ່ງຄັດຈາກ: vovworld.vn