leftcenterrightdel
ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ໃນການຖະແຫຼງຂ່າວຢູ່ Zagreb, Croatia. ພາບ: REUTERS/Antonio Bronic

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ຢັ້ງຢືນວ່າ ທ່ານໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາສັນຕິພາບຈາກທ່ານປະທານາທິບໍດີອາເມລິກາ Donald Trump. ຕາມທ່ານແລ້ວ, ສະພາສັນຕິພາບແມ່ນກົນໄກສາກົນໃໝ່ແນໃສ່ມານະພະຍາຍາມຊຸກຍູ້ສັນຕິພາບ, ການລົງທຶນເສດຖະກິດ ແລະແກ້ໄຂການປະທະກັນຢູ່ເຂດກາຊາ ກໍ່ຄືບາງພາກພື້ນອື່ນໃນໂລກ. ເຖິງຢ່າງໃດກໍຕາມ, Croatia ຈະພິຈາລະຈາຢ່າງລະມັດລະວັງກ່ອນທີ່ຕັດສິນບັນດາຂັ້ນຕອນຕໍ່ໄປ.

ທ່ານນາຍົກລັດຖະມົນຕີ Andrej Plenkovic ໃຫ້ຮູ້ຕື່ມອີກວ່າ, ຢູ່ຂັ້ນລັດຖະບານ, ທ່ານໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະບັນດາບັນຫາເອີຣົບຄົ້ນຄວ້າບັນດາແງ່ມູມນິຕິກຳສາກົນຂອງຂໍ້ລິເລີ່ມນີ້, ສາຍພົວພັນຂອງສະພາສັນຕິພາບເຂດກາຊາ ດ້ວຍບັນດາຂອບເຂດທີ່ພວມມີ, ພິເສດແມ່ນຂອງ ສປຊ, ກໍ່ຄືຄວາມເໝາະສົມກັບບັນດາພັນທະຂອງ Croatia ໃນ ອີຢູ. ພາຍຫຼັງສຳເລັດວິວັດທະນາການພິຈາລະນາ, ລັດຖະບານຈະລາຍງານຕໍ່ປະທານາທິບໍດີ ແລະດຳເນີນບັນດາການປຶກສາຫາລືກ່ຽວກັບກໍລະນີ Croatia ເຂົ້າຮ່ວມອົງການນີ້.

ແຫຼ່ງຄັດຈາກ: vovworld.vn