ຄວາມຫວັງໃໝ່ໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ
ໃນລະຫວ່າງວັນທີ 23 – 24 ມັງກອນ, ການເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະຢູແກຼນ ຈັດຂຶ້ນຢູ່ Abu Dhabi, ສະຫະລັດອາຣັບ ເອມມີເລດ (UAE) ໄດ້ຮັບການຕີລາຄາວ່າ “ມີລັກສະນະສ້າງສັນ ແລະຕັ້ງໜ້າ”, ພ້ອມທັງຮັບຮູ້ມີຄວາມຄືບໜ້າຈຳນວນໜຶ່ງໃນການປຶກສາຫາລືກ່ຽວກັບບັນດາມາດຕະການສ້າງຄວາມເຊື່ອໝັ້ນ ແລະກົນໄກຄວາມໝັ້ນຄົງຊົ່ວຄາວ.
ໃນນັ້ນ, ຫຼາຍແຫຼ່ງຂ່າວ ກໍໄດ້ຄັດສະເໜີຖະແຫຼງການຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖືວ່າ ບັນດາການປຶກສາຫາລື 3 ຝ່າຍຢູ່ Abu Dhabi ໃນ 2 ວັນຜ່ານມາແມ່ນສ້າງສັນ, ສຸມໃສ່ບັນດາມາດຕະການມຸ່ງໄປເຖິງການຢຸດຕິການປະທະກັນ. ພ້ອມດຽວກັນນັ້ນ, ທ່ານ Volodymyr Zelensky ໃຫ້ຮູ້ວ່າ ບັນດາຝ່າຍເຫັນດີເປັນເອກະພາບຈະດຳເນີນບັນດາການເຈລະຈາຮອບຕໍ່ໄປໃນໄລຍະຈະມາເຖິງ, ໄວສຸດແມ່ນໃນຕົ້ນອາທິດໜ້າ, ຢູ່ Abu Dhabi.
ການເຈລະຈາ 3 ຝ່າຍຢູ່ Abu Dhabi ແມ່ນຄັ້ງທຳອິດທີ່ຜູ້ຕາງໜ້າຂັ້ນສູງຂອງອາເມລິກາ, ລັດເຊຍ ແລະຢູແກຼນ ນັ່ງປຶກສາຫາລືນຳກັນນັບແຕ່ເມື່ອການປະທະກັນເກີດຂຶ້ນໃນເດືອນ ກຸມພາ 2022.
ແຫຼ່ງຄັດຈາກ: vovworld.vn