SSEAYP ຄັ້ງທີ 49 ມີການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 170 ຄົນທີ່ມາຈາກບັນດາປະເທດອາຊຽນ ແລະຈີນ. ຄະນະຜູ້ແທນຫວຽດນາມ ມີ 16 ຄົນ. ລາຍການປີນີ້ມີຫຼາຍກິດຈະກຳທີ່ອຸດົມສົມບູນ, ຫຼາຍຮູບແບບ. ກ່ຽວກັບການປຶກສາຫາລື ຈະມີ 6 ຫົວຂໍ້ພາຍໃຕ້ທັດສະນະ ແລະພາລະກຳຂອງຊາວໜຸ່ມກ່ຽວກັບຂົງເຂດຕ່າງໆ ເພື່ອແນໃສ່ພ້ອມກັນແບ່ງປັນແນວຄວາມຄິດ ແລະຊອກຫາມາດຕະການແກ້ໄຂບັນດາບັນຫາທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn