ຕອນເຊົ້າວັນທີ 25 ມັງກອນ, ພາຍຸໃນລະດູໜາວມີຂອບຂະໜາດໃຫຍ່ໃນປະຫວັດສາດ ໄດ້ຖະຫຼົ່ມດິນແດນສ່ວນຫຼາຍຢູ່ ອາເມລິກາ, ດ້ວຍຈຳນວນເກືອບ 250 ຄົນຢູ່ກວ່າ 40 ລັດນອນໃນກຸ່ມກ່າວເຕືອນດິນຟ້າອາກາດອັນຕະລາຍ. ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້. ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມທີ່ຮ້າຍແຮງ ມີຢ່າງໜ້ອຍສຸດມີຖ້ຽວບິນກວ່າ 10.000 ຖ້ຽວຖືກຍົກເລີກ ແລະ ມີນັບພັນຖ້ຽວບິນໃນທົ່ວປະເທດ ອາເມລິກາ ຕ້ອງໂຈະໄວ້.

leftcenterrightdel
ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມ.

ບັນດາອົງການທີີ່ມີໜ້າທີ່ໄດ້ປະກາດສະພາສຸກເສີນຢູ່ນັບສີບລັດ ເພື່ອຮັບມືກັບສະພາບຫິມະຕົກໜາ, ໝາກເຫັບຕົກ ແລະ ລົມໜາວພັດແຮງ, ເຮັດໃຫ້ອຸນຫະພູມຢູ່ຫຼາຍເຂດລົງລະດັບສະຖິຕິແຕ່ລົບ 20 ຫາ 30 ອົງສາ C. ອົງການພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ອາເມລິກາ ກ່າວເຕືອນວ່າ ນີ້ແມ່ນພາຍຸມີລະດັບຄວາມແຮງທີ່ສຸດ ແລະ ສົ່ງຜົນສະທ້ອນຕໍ່ບໍລິເວັນນັບພັນກມ.

ແຫຼ່ງຄັດຈາກ: vovworld.vn