ອີຢູ ຮັບຮອງເອົາຂໍ້ກຳນົດວ່າດ້ວຍການຍົກເລີກອາຍແກັສຂອງລັດເຊຍ ເທື່ອລະກ້າວ ຢ່າງເປັນທາງການ
ວັນທີ 26 ມັງກອນ, ສະພາອີຢູ ປະກາດວ່າ 27 ປະເທດສະມາຊິກຂອງກຸ່ມ ໄດ້ຮັບຮອງເອົາຂໍ້ກໍານົດສະບັບໜຶ່ງຢ່າງເປັນທາງການ ເພື່ອແນໃສ່ຍົກເລີກການນຳເຂົ້າອາຍແກັສຈາກລັດເຊຍ ເທື່ອລະກ້າວ ລວມທັງອາຍແກັສ ທີ່ຂົນສົ່ງຜ່ານທໍ່ ແລະອາຍແກັສທຳມະຊາດເຫຼວ (LNG).
ສະພາອີຢູ ໃຫ້ຮູ້ວ່າ ຂໍ້ກຳນົດນີ້ແມ່ນຂີດໝາຍສຳຄັນໃນການຫັນບັນດາເປົ້າໝາຍ REPowerEU ໃຫ້ປະກົດຜົນເປັນຈິງ ແນໃສ່ຢຸດຕິການເອື້ອຍອີງຂອງອີຢູ ເຂົ້າພະລັງງານຂອງລັດເຊຍ. ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.
ຄໍາສັ່ງເກືອດຫ້າມຈະເລີ່ມມີຜົນສັກສິດພາຍຫຼັງ 6 ອາທິດນັບແຕ່ຂໍ້ກຳນົດມີຜົນສັກສິດ. ຄຳສັ່ງເກືອດຫ້າມສົບບູນສຳລັບການນຳເຂົ້າອາຍແກັດ LNG ຈະມີຜົນສັກສິດ ນັບແຕ່ຕົ້ນປີ 2027 ແລະສຳລັບອາຍແກັດນຳເຂົ້າຜ່ານທໍ່ຈະມີຜົນສັກສິດນັບແຕ່ລະດູໃບໄມ້ຫຼົ່ນປີ 2027.
ແຫຼ່ງຄັດຈາກ: vovworld.vn