ທີ່ວາລະກອງປະຊຸມຄັ້ງນີ້, ຄະນະກຳມະການ ໄດ້ສຸມໃສ່ປຶກສາຫາລືຮ່າງລະບຽບການກອງປະຊຸມລັດພາຄີສົນທິສັນຍາຮ່າໂນ້ຍ, ການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ ພາຍຫຼັງມີຜົນສັກສິດ. ທ່ານ ຫວູເລຖ໊າຍຮວ່າງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະອົງການຈັດຕັ້ງສາກົນ ທີ່ນະຄອນຫຼວງວຽນ, ໄດ້ນຳໜ້າຄະນະປະຕິບັດງານລະຫວ່າງກະຊວງການຕ່າງປະເທດ ແລະກະຊວງຕໍາຫຼວດ ເຂົ້າຮ່ວມ ແລະມີບົດກ່າວຄຳເຫັນປະກອບຢ່າງຕັ້ງໜ້າເຂົ້າໃນບັນດາເນື້ອໃນປຶກສາຫາລືຂອງຄະນະກຳມະການ.

leftcenterrightdel
ຄະນະປະຕິບັດງານລະຫວ່າງກະຊວງການຕ່າງປະເທດ ແລະກະຊວງຕໍາຫຼວດ ເຂົ້າຮ່ວມກອງປະຊຸມ. ພາບ: ໜັງສືພິມປະຊາຊົນ

ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລຖ໊າຍຮວ່າງ ຢືນຢັນວ່າ ຫວຽດນາມ ຍາມໃດກໍເຊີດຊູຈິດໃຈຮ່ວມມື ແລະຄວາມເຫັນດີເຫັນພ້ອມໃນວິວັດການສ້າງ ແລະຜັນຂະຫຍາຍປະຕິບັດສົນທິສັນຍາດັ່ງກ່າວ. ທ່ານ ຫວູເລຖ໊າຍຮວ່າງ ເນັ້ນໜັກວ່າ ມີລະບຽບການເຄື່ອນໄຫວທີ່ຊັດເຈນ, ໜັກແໜ້ນ ແລະອີງໃສ່ຄວາມເຫັນດີເຫັນພ້ອມ ຈະເປັນພື້ນຖານທີ່ຈໍາເປັນ ເພື່ອຮັບປະກັນວ່າກອງປະຊຸມລັດພາຄີ ຈະເຄື່ອນໄຫວຢ່າງມີປະສິດທິຜົນ, ໂປ່ງໃສ ແລະໜ້າເຊື່ອຖື ເມື່ອສົນທິສັນຍາ ມີຜົນສັກສິດ.

ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ຄະນະຜູ້ແທນ ເຂົ້າຮ່ວມການສົນທະນາ ດ້ວຍຈິດໃຈສ້າງສັນ ແລະມີຄວາມໄຫວພິບ ເພື່ອຮັບຮອງເອົາລະບຽບການເຄື່ອນໄຫວໂດຍໄວ, ຜ່ານນັ້ນ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຜັນຂະຫຍາຍປະຕິບັດສົນທິສັນຍາໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດ ທີ່ຍັງບໍ່ທັນໄດ້ລົງນາມ ຫຼື ໃຫ້ສັດຕະຍາບັນສຳເລັດລະບຽບການທີ່ຈຳເປັນ ເພື່ອໃຫ້ສົນທິສັນຍາ ມີຜົນສັກສິດໂດຍໄວ ແລະນຳເອົາຜົນປະໂຫຍດທີ່ແທດຈິງມາສູ່ປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ. ປັດຈຸບັນ, ຫວຽດນາມ ພວມພະຍາຍາມສຳເລັດລະບຽບການພາຍໃນປະເທດ ແລະໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ ໄວເທົ່າທີ່ຈະໄວໄດ້.

ໂດຍ: ໄຊຊະນະ