ຊະອຸດີ ອາຣາເບຍ ໂຈະການຈັດງານມະຫາກຳກິລາລະດູໜາວ ອາຊີ
ໃນແຈ້ງການວັນທີ 24 ມັງກອນ, OCA ໃຫ້ຮູ້ວ່າ 2 ອົງການເຫັນດີອັບເດັດແຜນການຈັດງານມະຫາກຳກິລາລະດູໜາວໃນໄລຍະຈະມາເຖິງ.
ຄະນະກຳມະການ Olympic ຊະອຸດີ ອາຣາເບຍ ແລະສະພາ Olympic ອາຊີ (OCA) ຫາກໍ່ເຫັນດີໂຈະການຈັດງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ 10 ໂດຍບໍ່ກຳນົດເວລາ, ເຊິ່ງເຄີຍໄດ້ຂຶ້ນແຜນຈັດຂຶ້ນໃນປີ 2029 ຢູ່ປະເທດ ອາຣັບ ແລະ ເຂດອ່າວ.
ໃນແຈ້ງການວັນທີ 24 ມັງກອນ, OCA ໃຫ້ຮູ້ວ່າ 2 ອົງການເຫັນດີອັບເດັດແຜນການຈັດງານມະຫາກຳກິລາລະດູໜາວໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ງານມະຫາກຳກິລານີ້ຈະຈັດໃນຈຸດເວລາອື່ນ ແລະ ຂໍ້ມູນລະອຽດຈະໄດ້ແຈ້ງຕາມຫຼັງ. ເຖິງຢ່າງໃດກໍ່ຕາມ, ແຈ້ງການບໍ່ໄດ້ແຈ້ງສາຍເຫດໃຫ້ຂໍ້ຕົກລົງດັ່ງກ່າວ. ແທນທີ່ນັ້ນ, ຄາດວ່າ ຊະອຸດີ ອາຣາເບຍ ຈະເປັນເຈົ້າພາບຈັດບັນດາເຫດການກິລາລະດູໜາວສະເພາະໃນຊຸມປີຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn