ວັນທີ 15 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ມີບົດກ່າວຄຳເຫັນນະໂຍບາຍຕົ້ນປີໃນຖານະເປັນຜູ້ນຳຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ໄດ້ຊີ້ອອກບັນດາສິ່ງທ້າທາຍທົ່ວໂລກໃນປີ 2026.

ທ່ານ Antonio Guterres ກ່າວເຕືອນວ່າ ໂລກປັດຈຸບັນ ເຕັມໄປດ້ວຍການປະທະກັນ, ຄວາມຂາດສະເໝີພາບ ແລະບັນດາການຜັນແປທີ່ສັບສົນ”, ໃນຈຸດເວລາການຮ່ວມມືສາກົນອ່ອນແອລົງ ກົງກັບຈຸດເວລາທີ່ຈຳເປັນຮີບຮ້ອນທີ່ສຸດ. ໃນຂະນະນັ້ນ, ລະບົບທົ່ວໂລກກໍ່ພວມຖືກກົດດັນແບບທີ່ບໍ່ເຄີຍມີມາກ່ອນ ຍ້ອນສົງຄາມ, ການແບ່ງແຍກ, ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມເຄົາລົບນັບຖືຕໍ່ກົດໝາຍສາກົນທີ່ຫຼຸດລົງ. ທ່ານ ຕີລາຄາວ່າໃນສະພາບການປັດຈຸບັນລັດທິຫຼາຍຝ່າຍ ພວມປະເຊີນໜ້າກັບສິ່ງທ້າທາຍຢ່າງແທ້ຈິງ.

ແຫຼ່ງຄັດຈາກ: vovworld.vn