ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ທີ່ຈະດໍາເນີນຢູ່ຮ່າໂນ້ຍ ໃນວັນທີ 19 ມັງກອນນີ້ພວມໄດ້ຮັບຄວາມສົນໃຈເປັນພິເສດຈາກເພື່ອນມິດສາກົນ. ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ສະແດງຄວາມປະທັບໃຈຕໍ່ບັນດາຜົນງານຮອບດ້ານທີ່ຫວຽດນາມ ບັນລຸໄດ້ໃນອາຍຸການຜ່ານມາ, ກໍ່ຄືໃນ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນ ແລະຕັ້ງຄວາມຫວັງຕໍ່ການວາງແຜນກໍານົດທິດຍຸດທະສາດໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.
    |
 |
|
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: vov.vn |
ຕາມທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ດຳເນີນໄປໃນຈຸດເວລາທີ່ມີຄວາມສຳຄັນເປັນພິເສດ, ສ້າງຂີດໝາຍໄລຍະພັດທະນາໃໝ່ຂອງຫວຽດນາມ ພາຍຫຼັງກວ່າ 80 ປີທີ່ຍາດໄດ້ເອກະລາດ ແລະ 4 ທົດສະວັດ ທີ່ປະຕິບັດກິດຈະການປ່ຽນແປງໃໝ່ດ້ວຍນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ, ການເຂົ້າຮ່ວມຢ່າງເປັນເຈົ້າການຂອງຫວຽດນາມ ໃນຂະບວນການພາກພື້ນ ແລະທົ່ວໂລກ.
ຕີລາຄາກ່ຽວກັບເສັ້ນທາງແຫ່ງການພັດທະນານີ້, ທ່ານນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ບັນດາຜົນງານຂອງຫວຽດນາມ ໃນອາຍຸການຜ່ານມາມີຄວາມໝາຍປະຫວັດສາດ, ສະແດງໃຫ້ເຫັນຄຸນທາດ ແລະສະຕິປັນຍາຂອງພັກກອມມູນິດຫວຽດນາມ ໃນການນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ.
ເລື່ອງຫວຽດນາມ ຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ແລະການຍົກສູງທີ່ຕັ້ງສາກົນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງກັບເພື່ອນມິດສາກົນ, ໃນນັ້ນມີບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມື ແລະຍຸດທະສາດຂອງຫວຽດນາມ.
ທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະສືບຕໍ່ຍົກອອກທິດທາງຍຸດທະສາດອັນຖືກຕ້ອງ, ສ້າງພື້ນຖານອັນໜັກແໜ້ນໃຫ້ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຂັ້ມແຂງ ແລະຍືນຍົງກວ່າເກົ່າ.
ທ່ານນາງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເຊື່ອໝັ້ນ ແລະຫວັງວ່າໜຶ່ງໃນບັນດາພື້ນຖານຂອງການກໍານົດທິດຍຸດທະສາດ ໂດຍກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ວາງອອກ, ນັ້ນແມ່ນນ້ຳໃຈມິດຕະພາບອັນເລິກເຊິ່ງ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງລາວ ແລະຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງແຂງແຮງກວ່າອີກ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ”.
ແບ່ງປັນການຕີລາຄາຢ່າງຕັ້ງໜ້າ, ທ່ານນາງ Pauline Tamesis ຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ ຕີລາຄາສູງຕໍ່ຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັບປະກັນຊີວິດສັງຄົມ ແລະການພັດທະນາເສດຖະກິດ.
ເພື່ອມຸ່ງໄປເຖິງໄລຍະແຫ່ງການພັດທະນາໃໝ່ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ສະຫະປະຊາຊາດ ຕີລາຄາສູງຕໍ່ວິໄສທັດໄລຍະຍາວຂອງຫວຽດນາມ ດ້ວຍເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045 ແລະບັນລຸເປົ້າໝາຍການປ່ອຍອາຍພິດສຸດທິເທົ່າກັບ “0” ໃນປີ 2050.
ທ່ານນາງ Pauline Tamesis ຖືວ່າ ເສັ້ນທາງກ້າວໄປຂ້າງໜ້າຂອງຫວຽດນາມ ບໍ່ພຽງແຕ່ແມ່ນດ້ານນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນວິໄສທັດ, ຮັບປະກັນການພັດທະນາຂອງຫວຽດນາມ ທີ່ມີລັກສະນະຮອບດ້ານ, ຍືນຍົງ ແລະມີລັກສະນະຫັນປ່ຽນ. ສະຫະປະຊາຊາດ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ຮັບຮອງເອົາຂອບເຂດການຮ່ວມມືໄລຍະ 2027-2031 ທີ່ຈະມາເຖິງ.
ທ່ານນາງ Pauline Tamesis ເວົ້າວ່າ: “ພວກເຮົາພ້ອມກັນຮັບປະກັນວ່າເລື່ອງລາວ ກ່ຽວກັບການພັດທະນາຂອງຫວຽດນາມ ຈະສືບຕໍ່ສ້າງແຮງບັນດານໃຈໃຫ້ທົ່ວໂລກ”.
ໃນຂະນະນັ້ນ, ທ່ານ Saadi Salama ເອກອັກຄະລັດຖະທູດປາແລັດສະຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະທູຕານຸທູດຕ່າງປະເທດ ປະຈໍາ ຫວຽດນາມ ໄດ້ແບ່ງປັນວ່າ ທ່ານ ໄດ້ມີໂອກາດຕິດຕາມ ແລະໄດ້ເຫັນກັບຕາກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ໃນຫຼາຍທົດສະວັດຜ່ານມາ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ປະຫວັດສາດແຫ່ງການພັດທະນາຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຂີດໝາຍທີ່ມີຄວາມສຳຄັນຕິດພັນກັບນະໂຍບາຍຍຸດທະສາດຂອງພັກ, ພິເສດແມ່ນກອງປະຊຸມໃຫຍ່ທີ່ມີລັກສະນະບາດລ້ຽວ ແລະກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະມາເຖິງນີ້ກໍ່ຈະແມ່ນເຫດການໜຶ່ງທີ່ມີຄວາມໝາຍຄືແນວນັ້ນ.
ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: “ໃນສະພາບແວດລ້ອມທີ່ໂລກປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ, ສະພາບການໂລກມີຄວາມສັບສົນ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະຍົກອອກມະຕິສໍາຄັນ, ດ້ວຍຍຸດທະສາດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຂ້າພະເຈົ້າ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດ, ຮັບໃຊ້ການພັດທະນາ, ຮັບໃຊ້ການຮ່ວມມື, ເພື່ອສັນຕິພາບຍາວນານ ແລະຍືນຍົງບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ, ຫາກຍັງຢູ່ໃນທົ່ວໂລກອີກດ້ວຍ”.
ຈາກການຕີລາຄາ ແລະຕັ້ງຄວາມຫວັງຂອງບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາມາດເຫັນໄດ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ບໍ່ພຽງແຕ່ມີຄວາມໝາຍສຳຄັນພິເສດຕໍ່ການພັດທະນາຂອງຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບຄວາມສົນໃຈ, ຕິດຕາມ ແລະເຊື່ອໝັ້ນຈາກປະຊາຄົມສາກົນຢ່າງເລິກເຊິ່ງ.
ຄວາມຮັບຮູ້ດັ່ງກ່າວໄດ້ສ່ອງແສງບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງພາວະວິໄສ, ພ້ອມທັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງເພື່ອນມິດສາກົນກ່ຽວກັບຂີດຄວາມສາມາດນຳພາ, ຄຸນທາດການເມືອງ ແລະວິໄສທັດຍຸດທະສາດຂອງພັກກອມມູນິດຫວຽດນາມ ໃນການນຳພາປະເທດຊາດ ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາແບບຍືນຍົງ ແລະເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ