ເປັນຄັ້ງທຳອິດ ປະທານາທິບໍດີອາເມລິກາ ພົບປະກັບການນຳພັກການເມືອງຝ່າຍຄ້ານ ເວເນຊູເອລາ
ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado.
ວັນທີ 15 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ພົບປະແບບເຊິ່ງໜ້າກັບທ່ານນາງ Maria Machado ການນຳພັກການເມືອງຝ່າຍຄ້ານເວເນຊູເອລາ, ຢູ່ທຳນຽບຂາວ, ການກະທຳນີ້ໄດ້ຮັບຖືວ່າອາດຈະສົ່ງຜົນສະທ້ອນຕໍ່ວິທີວໍຊິງຕັນ ກຳນົດທິດອະນາຄົດການເມືອງຂອງປະເທດອາເມລິກາໃຕ້ ນີ້. ພາຍຫຼັງການພົບທີ່ແກ່ຍາວເປັນເວລາກວ່າ 1 ຊົ່ວໂມງ, ທ່ານນາງ Machado ໄດ້ພັນລະນາການແລກປ່ຽນແມ່ນສຸດຍອດ, ແຕ່ບໍ່ເຜີຍຂໍ້ມູນລະອຽດກ່ຽວກັບເນື້ອໃນຂອງການປຶກສາຫາລື.
ໃນຂະນະນັ້ນ, ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂ່າວໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມລໍຄອຍການແລກປ່ຽນກັບທ່ານນາງ Maria Machado. ເຖິງຢ່າງໃດກໍຕາມ, ທ່ານນາງ Karoline Leavitt ກໍ່ເນັ້ນໜັກວ່າ ທ່ານ Trump ຍັງຮັກສາການຕີລາຄາສະພາບການຕົວຈິງທີ່ວ່າ ທ່ານນາງ Maria Machado ຍັງບໍ່ທັນມີການສະໜັບສະໜູນທີ່ຈຳເປັນຢ່າງພຽງພໍເພື່ອນຳພາເວເນຊູເອລາ ໃນໄລຍະຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn