ອາເມລິກາ ປະກາດສະພາບສຸກເສີນແນໃສ່ຮັກສາແຫຼ່ງລາຍຮັບຈາກນ້ຳມັນບໍ່ຂອງເວເນຊູເອລາ
ກະຊວງການຕ່າງປະເທດອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ເວເນຊູເອລາຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ...
ວັນທີ 10 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດປະກາດສະພາບສຸກເສີນລະດັບຊາດແນໃສ່ “ຮັກສາແຫຼ່ງລາຍຮັບຈາກນ້ຳມັນບໍ່ຂອງເວເນຊູເອລາ ທີ່ກຳລັງຢູ່ໃນບັນຊີຕ່າງໆຂອງກະຊວງການເງິນອາເມລິກາ ອອກຈາກໄພຖືກປິດລ້ອມ ຫຼືບັນດາລະບຽບການນິຕິກຳ. ລັດຖະດຳລັດສະບັບນີ້ຮັບປະກັນຮັກສາແຫຼ່ງກອງທຶນດັ່ງກ່າວເພື່ອຮັບໃຊ້ບັນດາເປົ້າໝາຍນະໂຍບາຍການຕ່າງປະເທດຂອງອາເມລິກາ.
ໃນວັນດຽວກັນ, ກະຊວງການຕ່າງປະເທດອາເມລິກາ ໄດ້ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ຢູ່ເວເນຊູເອລາຈົ່ງເດີນທາງອອກຈາກປະເທດ ອາເມລິກາໃຕ້ນີ້ໂດຍທັນທີ, ໃນສະພາບການບັນດາຖ້ຽວບິນສາກົນໄດ້ເຊື່ອມຕໍ່ຄືນໃໝ່ແລ້ວ. ກົມກົງສູນອາເມລິກາ ໃສ່ໃຈວ່າ: ປະຈຸບັນ, ປະເທດນີ້ໄດ້ຈັດວາງລະດັບເຕືອນໄພໄປມາສູງສຸດ (ລະດັບ 4-ອັນຕະລາຍທີ່ສຸດ) ສຳລັບເວເນຊູເອລາ.
ແຫຼ່ງຄັດຈາກ: vovworld.vn