ປະທານາທິບໍດີປາແລັດສະຕິນ ປະກາດໂຄງການປະຕິຮູບຢ່າງເລິກເຊິ່ງກວ້າງຂວາງ
ໂຄງການປະຕິຮູບໂດຍທ່ານ Mahmoud Abbas ປະທານາທິບໍດີປາແລັດສະຕິນ ປະກາດໃນວັນທີ 24 ທັນວາ ເພື່ອແນໃສ່ປັບປຸງອຳນາດກົດໝາຍ, ປັບປຸງລັກສະນະໂປ່ງໃສ ແລະ ຮັບປະກັນການແບ່ງສິດອຳນາດ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຕໍ່ອຳນາດການປົກຄອງປາແລັດສະຕິນ (PA).
ບັນດາມາດຕະການທີ່ໄດ້ສະເໜີ ລວມມີ: ພິຈາລະນາຄືນບັນດາຂໍ້ກຳນົດຂອງກົດໝາຍຕໍ່ການເຄື່ອນໄຫວດ້ານການເມືອງ ແລະເສດຖະກິດ, ດ້ວຍຈຸດສຸມມຸ່ງໄປເຖິງການຕິດຕາມກວດກາດ້ານການເງິນ, ຍຸຕິທຳ ແລະບັນດາມາດຕະການເພີ່ມທະວີການຕ້ານການສໍ້ລາດບັງຫຼວງ. ບັນດາການປັບປຸງ ກໍ່ແນໃສ່ມອບສິດເປັນເຈົ້າຫຼາຍກວ່າໃຫ້ແກ່ບັນດາຮາກຖານຕິດຕາມກວດກາ. ໂຄງການດຳເນີນງານໄດ້ຍົກອອກວິວັດການຫັນປ່ຽນຈາກ PA ໄປເປັນລັດເອກະລາດສົມບູນ, ລວມມີການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ຮຽບຮຽງກົດໝາຍສະບັບໃໝ່ກ່ຽວກັບບັນດາພັກການເມືອງ.
ກຳລັງ ຮາມາດສ ໄດ້ຕຳໜິຕິຕຽນການກະທຳນີ້ ແລະຖືວ່າ ການຍົກອອກໂຄງການປະຕິຮູບດັ່ງກ່າວ ແມ່ນຂາດຄວາມເຫັນດີເຫັນພ້ອມ ແລະການປະຕິຮູບລັດຖະທຳມະນູນຕ້ອງການໂອ້ລົມສົນທະນາທີ່ກວ້າງຂວາງກວ່າ ແມ່ນບັນດາການຕັດສິນແບບພຽງລຳພັງຝ່າຍດຽວ.
ແຫຼ່ງຄັດຈາກ: vovworld.vn