ຕາມຂໍ້ມູນໂດຍລັດຖະບານ ເຢແມນ ແລະ ກຳລັງ ຮູທີ ຢັ້ງຢືນ ເມື່ອວັນທີ 23 ທັນວາ, ຂໍ້ຕົກລົງແລກປ່ຽນຊະເລີຍເສິກໃໝ່ແມ່ນໝາກຜົນຂອງວິວັດທະນາການໄກ່ເກ່ຍທີ່ແກ່ຍາວປະມານເຄິ່ງເດືອນລະຫວ່າງສອງຝ່າຍ, ພາຍໃຕ້ການເປັນກາງໄກ່ເກ່ຍຂອງ ໂອມານ. ສອງຝ່າຍເຫັນດີແລກປ່ຽນຊະເລີຍເສິກທັງໝົດເກືອບ 3.000 ຄົນ, ໃນນັ້ນ, ລັດຖະບານ ເຢແມນ ມອບສົ່ງ 1.700 ຄົນໃຫ້ແກ່ ຮູທີ ແລະຮັບນັກໂທດຄືນ 1.200 ຄົນຈາກກຸ່ມປະກອບອາວຸດ. ໃນຈຳນວນບັນດານັກໂທດທີ່ ຮູທີ ໄດ້ມອບສົ່ງຕາມຄຳໝັ້ນສັນຍາ, ມີຊາວອາຣັບບີ ຊະອຸດິ 7 ຄົນ ແລະ ຊູດັງ 23 ຄົນ. ເຖິງຢ່າງໃດກໍຕາມ, ເວລາດຳເນີນການມອບສົ່ງຊະເລີຍເສິກນັ້ນຍັງບໍ່ທັນໄດ້ປະກາດເທື່ອ.

leftcenterrightdel
ພາບປະກອບຈາກ Reuters.

ໃນຖະແຫຼງການມື້ວັນທີ 23 ທັນວາ, ທ່ານ Hans Grundberg ທູດພິເສດ ສປຊ ຮັບຜິດຊອບ ເຢແມນ ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວ ແລະ ຖືນີ້ແມ່ນບາດກ້າວທີ່ຕັ້ງໜ້າມຸ່ງໄປເຖິງການຢຸດຕິສົງຄາມຢູ່ ເຢແມນ ແລະ ຫຼຸດຜ່ອນຄວາມເຈັບປວດໃຫ້ແກ່ບັນດາຊະເລີຍເສິກ ກໍຄື ຄອບຄົວຂອງເຂົາເຈົ້າ.

ແຫຼ່ງຄັດຈາກ vovworld.vn