ຂໍ້ຕົກລົງຢຸດຍິງໂດຍອາເມລິກາ ປົກປ້ອງ, ມີຜົນສັກສິດແຕ່ວັນທີ 10 ຕຸລາ, ໄດ້ປະກອບສ່ວນຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 2 ປີຜ່ານມາລະຫວ່າງ ອິດສະຣາແອັນ ແລະຮາມາດສ. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ຍັງບອບບາງຢູ່ເມື່ອ ອິດສະຣາແອັນ ແລະ ຮາມາດ ເກືອບຄືວ່າໄດ້ກ່າວຫາກັນທີ່ໄດ້ລະເມີດໃນແຕ່ລະມື້. ຂໍ້ຕົກລົງຢຸດຍິງລວມ 3 ໄລຍະ. ໃນໄລຍະທຳອິດ, ບັນດາກຸ່ມປະກອບອາວຸດ ປາແລັດສະຕິນ ໃຫ້ຄຳໝັ້ນສັນຍາປ່ອຍຕົວປະກັນເປັນອິດສະລະ ໃຫ້ແກ່ 48 ຄົນ - ລວມທັງຜູ້ຍັງມີຊີວິດ ແລະ ສາກສົບຜູ້ເສຍຊີວິດ. ມາຮອດປະຈຸບັນ, ຮາມາດສ ໄດ້ປ່ອຍຕົວປະກັນ ແລະ ຊາກສົບທັງໝົດ, ເວັ້ນເສຍຊາກສົບຜູ້ໜຶ່ງຍັງບໍ່ທັນຊອກເຫັນໄດ້.

ແຫຼ່ງຄັດຈາກ: vovworld.vn