ນີ້ແມ່ນຖ້ຽວເຄື່ອງທີ 85 ທີ່ ອີຢິບ ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad El-Izza: ຈາກ ອີຢິບ ໄປຮອດເຂດ ກາຊາ” ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ ຜ່ານມາ. ອົງການຊີກວົງເດືອນແດງ ອີຢິບ ໃຫ້ຮູ້ວ່າ ໃນຖ້ຽວເຄື່ອງຊ່ວຍເຫຼືອຄັ້ງນີ້ມີສະບຽງອາຫານ 5.300 ໂຕນ, ຢຸກຢາ 3.100 ໂຕນ, ເຊື້ອເພີງ 1.100 ໂຕນ, ພ້ອມດ້ວຍຜ້າຫົ່ມໜາ, ເສື້ອກັນໜາວ ແລະຕູບຜ້າບາດນັບໝື່ນອັນ. ເຄື່ອງຖ້ຽວຕໍ່ໄປກໍພວມໄດ້ກະກຽມຢ່າງຕັ້ງໜ້າ ແລະອາດຈະໄດ້ສົ່ງໄປຍັງເຂດ ກາຊາ ໃນອີກບໍ່ດົນ. ກວ່າ 2 ປີຜ່ານມາ, ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອຜ່ານທາງບົກເຂົ້າໄປຍັງເຂດ ກາຊາ ໄດ້ເກືອບ 670.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນໃຫ້ແກ່ເຂດ ກາຊາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image