leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຕໍ່ສື່ມວນຊົນໃນວັນທີ 13 ມີນາ 2026. ພາບ: REUTERS/Kevin Lamarque

ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ບັນດາປະເທດຖືກຜົນກະທົບຈາກຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ປິດປະຕູຊ່ອງແຄບທະເລ Hormuz ຈະສົມທົບກັບ ວໍຊິງຕັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງທາງທະເລນີ້. ການສົມທົບຈະໄດ້ປະຕິບັດດ້ວຍເລື່ອງບັນດາປະເທດ ຈະຈັດ​ສົ່ງ​ກໍາ​ປັ່ນ​ສູ້​ຮົບໄປຍັງເຂດດັ່ງກ່າວ ເພື່ອຮັກສາໃຫ້ຊ່ອງແຄບທະເລ Hormuz ໄດ້ຮັບການຈະລາຈອນຢ່າງລຸລ່ວງ.

ທ່ານປະທານາທິບໍດີ Donald Trump  ຫວັງວ່າ ປະເທດຈຳນວນໜຶ່ງ, ຄື: ຈີນ, ຝລັ່ງ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ ແລະບາງປະເທດອື່ນຈະຈັດ​ສົ່ງ​ກໍາ​ປັ່ນ​ສູ້​ຮົບໄປຍັງເຂດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທຳນຽບຂາວ ຍັງບໍ່ທັນໄດ້ຍົກອອກປະຕິກິລິຍາໃດຕໍ່ເລື່ອງຈະມີປະເທດໃດແດ່ທີ່ຕົກລົງເຫັນດີຈັດ​ສົ່ງ​ກໍາ​ປັ່ນ​ສູ້​ຮົບໄປຍັງເຂດດັ່ງກ່າວຢ່າງເປັນທາງການ ຫຼືບໍ?

ແຫຼ່ງຄັດຈາກ: vovworld.vn