ໂດຍຕອບສຳພາດຕໍ່ນັກຂ່າວໜັງສືພິມ Financial Times ຂອງອັງກິດ, ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ໃນສະພາບການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ພາກພືນຕາເວັນອອກກາງ.
ຕາມທ່ານແລ້ວ, ລັດເຊຍ ຍັງປະລະຄວາມສາມາດບັນລຸມາດຕະການໂດຍສັນຕິວິທີໃຫ້ແກ່ການປະທະກັນ ຢູ່ຢູແກຼນ, ພ້ອມທັງໃຫ້ຮູ້ວ່າ ສະພາບການໃນຕົວຈິງພວມມີການຜັນແປທີ່ສະດວກໃຫ້ແກ່ມົດສະກູ. ກ່ອນໜ້ານັ້ນ, ວັນທີ 13 ມີນາ, ສຳນັກຂ່າວສານ RIA Novosti ຂອງລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Dmitry Peskov ໂດຍໃຫ້ຮູ້ວ່າ ລັດເຊຍ ປາດຖະໜາວ່າ ການເຈລະຈາສາມຝ່າຍຮອບໃໝ່ກ່ຽວກັບບັນຫາຢູແກຼນ ຈະໄດ້ຈັດຂຶ້ນໂດຍໄວ.
ແຫຼ່ງຄັດຈາກ: vovworld.vn
Type the code from the image