leftcenterrightdel
ພາບຄັດຈາກ: REUTERS/Alaa Al Marjani

ວັນທີ 13 ມີນາ, ແມ່ນວັນທີ 14 ຂອງການປະທະກັນຢູ່ຕາເວັນອອກກາງ, ທັງ ອິດສະຣາແອັນ ແລະອີຣານ ລ້ວນແຕ່ໄດ້ຍູ້ແຮງຄືນໃໝ່ການບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ກັນ. ອິດສະຣາແອັນ ປະກາດໄດ້ບຸກໂຈມຕີນັບຮ້ອຍເປົ້າໝາຍຢູ່ ອີຣານ. ໄລ່ລວມນັບແຕ່ເມື່ອການປະທະກັນເກີດຂຶ້ນ, ອິດສະຣາແອັນ ໄດ້ຖີ້ມລູກລະເບີດໃສ່ ອີຣານ ກວ່າ 10.000 ລູກ, ເຮັດໃຫ້ນາຍທະຫານແຕ່ 4000-5000 ຄົນເສຍຊີວິດ.

ສ່ວນກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC)  ໄດ້ປະກາດວ່າ ໄດ້ສົມທົບກັບກຳລັງ ເຮັກໂບລາ ຢູ່ ລີບັງ ປະຕິບັດການບຸກໂຈມຕີລວມເລັ່ງໃສ່ ອິດສະຣາແອັນ ໃນວັນທີ 13 ມີນາ. ໄລ່ລວມນັບແຕ່ເມື່ອການປະທະກັນເກີດຂຶ້ນ, ກຳລັງປ້ອງກັນອາກາດ ອີຣານ ໄດ້ຍິງຕົກເຮືອບິນບໍ່ມີຄົນຂັບປະເພດຕ່າງໆຂອງ ອາເມລິກາ ແລະໃສ່ອິດສະຣາແອັນ ທັງໝົດ 111 ລຳ.

ວັນທີ 13 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ທະຫານປະເທດນີ້ໄດ້ຖີ້ມລູກລະເບີດເລັ່ງໃສ່ບັນດາເປົ້າໝາຍການທະຫານໃນເກາະ Kharg ຂອງ ອີຣານ ແຫ່ງທີ່ໄດ້ແກ້ໄຂປະລິມານນ້ຳມັນດິບສົ່ງອອກເກືອບທັງໝົດຂອງ ເຕເຮຣານ ພ້ອມກັບນາບຂູ່ຈະບຸກໂຈມຕີບັນດາຮາກຖານນ້ຳມັນບໍ່ຢູ່ທີ່ນີ້.

ເກາະ Kharg ເຄີຍຖືກຖືວ່າແມ່ນ “ໝາກຫົວໃຈ” ຂອງຂະແໜງນ້ຳມັນອາຍແກດແຫ່ງຊາດ ອີຣານ ຂະນະໄດ້ແກ້ໄຂ ແລະຂົນສົ່ງ 85-90% ປະລິມານນ້ຳມັນດິບສົ່ງອອກຂອງ ອີຣານ.

ແຫຼ່ງຄັດຈາກ: vovworld.vn