ວັນທີ 13 ມີນາ, ຄະນະກຳມະການເສດຖະກິດ ແລະສັງຄົມ ສປຊ ພາກພື້ນອາຊີ-ປາຊີຟິກ ມີ (ESCAP) ສຳນັກງານຕັ້ງຢູ່ ບາງກອກ ປະເທດໄທ ໃຫ້ຮູ້ວ່າ: ສປຊ ໄດ້ຮັບຮອງເອົາຂອບສະຖິຕິທົ່ວໂລກໃໝ່ກ່ຽວກັບການສະຖິຕິທີ່ກ່ຽວຂ້ອງເຖິງວິກິດການໄພທຳມະຊາດເພື່ອແນໃສ່ຊ່ວຍບັນດາປະເທດເຂົ້າໃຈແຈ້ງ ແລະຫຼຸດຜ່ອນຄວາມສ່ຽງໃນລະດັບຕ່ຳສຸດຂອງໄພທຳມະຊາດທີ່ນັບມື້ນັບເພິ່ມຂຶ້ນ.
ຂອບສະຖິຕິວິນາດຕະກຳທົ່ວໂລກ (G-DRSF) ໄດ້ສ້າງຄຳແນະນຳທີ່ເປັນເອກະພາບລະດັບສາກົນກ່ຽວກັບການເກັບກຳ ແລະແກ້ໄຂຂໍ້ມູນທີ່ກ່ຽວຂ້ອງເຖິງໄພທຳມະຊາດ. ໜ້າສົນໃຈແມ່ນເປັນຄັ້ງທຳອິດຢູ່ລະດັບທົ່ວໂລກ, ຂອບສະຖິຕິນີ້ໄດ້ເຊື່ອມຕໍ່ການເຄື່ອນໄຫວຂອງບັນດາອົງການສະຖິຕິແຫ່ງຊາດກັບອົງການຄຸ້ມຄອງໄພທຳມະຊາດຕາມວິທີສົມທົບກັນ. ເລື່ອງຫັນເປັນມາດຖານ ແລະເຊື່ອມຕໍ່ລະບົບຂໍ້ມູນລະຫວ່າງບັນດາອົງການທີ່ໄດ້ຮັບຄວາມຄາດຫວັງວ່າຈະຊ່ວຍປົວແປງຄຸນນະພາບ, ລັກສະນະສະເໝີຕົ້ນສະເໝີປາຍ ແລະຄວາມໄວ້ເນື້ອເຊື່ອໃຈຂອງຂໍ້ມູນຮັບໃຊ້ວິວັດການວາງແຜນກຳນົດນະໂຍບາຍ.
ແຫຼ່ງຄັດຈາກ: vovworld.vn
Type the code from the image