leftcenterrightdel
ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງອີຣານ, ໃນການຖະແຫຼງຂ່າວເມື່ອວັນທີ 13 ຕຸລາ 2024. ພາບເອກະສານ: Hamed Jafarnejad/ISNA/WANA/REUTERS

ວັນທີ 12 ມີນາ, ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງ ອີຣານ, ໄດ້ຍົກອອກສານຄັ້ງທຳອິດນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ມີການຕໍ່ຕ້ານ, ພ້ອມທັງອອກຄຳສັ່ງໃຫ້ສືບຕໍ່ປິດປະຕູເສັ້ນທາງຂົນສົ່ງທາງທະເລທີ່ສຳຄັນຜ່ານຊ່ອງແຄບທະເລ Hormuz. ທ່ານ ໄດ້ເນັ້ນໜັກເຖິງເນື້ອໃນທີ່ວ່າ “ຕ້ອງນຳໃຊ້ໄມ້ງັດປິດລ້ອມຊ່ອງແຄບທະເລ Hormuz ຢ່າງແນ່ນອນ” ແລະບັນດາປະເທດເຂດອ່າວຕ້ອງປິດປະຕູບັນດາຖານທີ່ໝັ້ນການທະຫານຂອງອາເມລິກາ ທີ່ຕັ້ງຢູ່ດິນແດນຂອງເຂົາເຈົ້າ. ທ່ານ ໄດ້ກ່າວສານດັ່ງກ່າວໃນຊ່ອງໂທລະພາບແຫ່ງລັດຂອງ ອີຣານ.

ກໍໃນວັນດຽວກັນ, ກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ຖະແຫຼງວ່າ ຈະສືບຕໍ່ປິດປະຕູຊ່ອງແຄບທະເລ Hormuz ຍຸດທະສາດພາຍຫຼັງຄຳຮຽກຮ້ອງຂອງການນຳສູງສຸດຂອງປະເທດນີ້.

ໃນສະພາບການຄວາມເຄັ່ງຕຶງດ້ານການທະຫານ ຢູ່ ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນ, ກໍໃນວັນທີ 12 ມີນາ, ທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ກ່າວເຕືອນວ່າ ເຕເຮຣານ ຈະ “ບໍ່ລະງັບໃຈ” ຖ້າ ອາເມລິກາ ຫຼື ອິດສະຣາແອັນ ບຸກໂຈມຕີ ບໍ່ວ່າດອນເກາະແຫ່ງໃດຂອງ ອີຣານ ຢູ່ເຂດອ່າວ ເປີເຊຍ.

ແຫຼ່ງຄັດຈາກ: vovworld.vn