ອາເມລິກາ - ຈີນ ເລີ່ມດຳເນີນການເຈລະຈາຮອບໃໝ່ກ່ຽວກັບການຄ້າ
ວັນທີ 15 ມີນາ, ທ່ານ He Lifeng ຮອງນາຍົກລັດຖະມົນຕີຈີນ ແລະ ທ່ານ Scott Bessent ລັດຖະມົນຕີການຕ່າງປະເທດອາເມລິກາ ພ້ອມກັບທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເລີ່ມຕົ້ນການເຈລະຈາຮອບໃໝ່ ຢູ່ນະຄອນຫຼວງ ປາຣີ ຂອງຝລັ່ງ ເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດໃນຂໍ້ຕົກລົງຢຸດຕິສົງຄາມດ້ານການຄ້າ ແລະ ກະກຽມໃຫ້ແກ່ການຢ້ຽມຢາມຈີນ ຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ຄາດວ່າຈະດຳເນີນໃນທ້າຍເດືອນນີ້.
ການພົບປະໄດ້ດຳເນີນຢູ່ສຳນັກງານຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ນະຄອນຫຼວງ ປາຣີ ໄດ້ສຸມໃສ່ເຂົ້າບາງບັນຫາເສດຖະກິດຫຼັກແຫຼ່ງ, ລວມມີການປັບປຸງພາສີອາກອນຂອງອາເມລິກາ ສຳລັບສິນຄ້າຈີນ, ແຫຼ່ງສະໜອງດິນປະເສີດ ແລະແມ່ເຫຼັກ ໂດຍຈີນ ຜະລິດໃຫ້ແກ່ບັນດາວິສາຫະກິດ ອາເມລິກາ, ບັນດາມາດຕະການຄວບຄຸມການສົ່ງອອກເຕັກໂນໂລຢີສູງຂອງອາເມລິກາ ແລະ ເລື່ອງຈີນ ເພີ່ມຊື້ຜະລິດຕະພັນກະເສດອາເມລິກາ. ວົງການນັກວິໄຈຖືວ່າ ຄວາມສາມາດສອງປະເທດບັນລຸໄດ້ບາດກ້າວບຸກທະລຸໃຫຍ່ໃນການເຈລະຈາຮອບນີ້ ອາດສາມາດຖືກຈຳກັດ ຍ້ອນເວລາກະກຽມສັ້ນ ແລະ ວໍຊິງຕັນພວມສຸມໃສ່ເຂົ້າບັນດາການຜັນແປທີ່ເຄັ່ງຕຶງຢູ່ພາກຕາເວັນອອກກາງ. ເປົ້າໝາຍໃນສະເພາະໜ້າຂອງສອງຝ່າຍແມ່ນຮັກສາການໂອ້ລົມສົນທະນາ, ຫຼີກລ້ຽງການແຕກແຫງ ແລະ ສະກັດກັ້ນຄວາມສ່ຽງເຮັດໃຫ້ຄວາມເຄັງຕຶ່ງທາງການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກເພີ່ມຂຶ້ນ.
ແຫຼ່ງຄັດຈາກ: vovworld.vn