leftcenterrightdel
ທ່າກໍາປັ່ນ Los Angeles ຢູ່ Long Beach, California, ອາເມລິກາ ໃນວັນທີ 10 ມີນາ 2026. ພາບ: REUTERS/Caroline Brehman

ຖະແຫຼງການດັ່ງກ່າວ ໂດຍທ່ານ Olof Gill, ໂຄສົກຮັບຜິດຊອບບັນດາບັນຫາການຄ້າຂອງຄະນະກຳມະການເອີຣົບ (EC) ຍົກອອກມາ ໃນວັນທີ 12 ມີນາ, ພາຍຫຼັງທີ່ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດເປີດການກວດກາຄັ້ງໃໝ່ກ່ຽວກັບການຄ້າທົ່ວໂລກ. EU ມີຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ດຳເນີນບັນດາບັ້ນກວດກາຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າຂອງປະເທດນີ້ ອາດຈະສົ່ງຜົນກະທົບຕໍ່ຂໍ້ຕົກລົງພາສີອາກອນ ເຊິ່ງສອງຝ່າຍບັນລຸໄດ້ເມື່ອປີກາຍ ທີ່ກ່ຽວຂ້ອງເຖິງການສ້າງຂອບຂໍ້ຕົກລົງການຄ້າ ແລະການລົງທຶນຂ້າມອັດລັງຕິກ.

ຄາດວ່າ ໃນອາທິດໜ້າ, ບັນດາສະມາຊິກລັດຖະສະພາໃນກຳມາທິການການຄ້າຂອງລັດຖະສະພາເອີຣົບ (EP) ຈະພິຈາລະນາການຮັບຮອງເອົາຂໍ້ສະເໜີຍົກເລີກພາສີສຳລັບສິນຄ້າອຸດສາຫະກຳຂອງ ອາເມລິກາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນເພື່ອຜັນຂະຫຍາຍພັນທະຂອງເອີຣົບ ໃນຂອບເຂດຂໍ້ຕົກລົງລະຫວ່າງສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn