ຄາດວ່າ, ອິດສະຣາແອັນ ແລະລີບັງ ຈະຈັດການເຈລະຈາແບບເຊິ່ງໜ້າ
ວັນທີ 14 ມີນາ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍໃນການເຈລະຈາລະຫວ່າງ ອິດສະຣາແອັນ ແລະລີບັງ.
ໃນຂະນະນັ້ນ, ສື່ມວນຊົນອິດສະຣາແອັນ ກໍໄດ້ໃຫ້ຂ່າວກ່ຽວກັບເລື່ອງປະເທດນີ້ ແລະລີບັງ ຄາດວ່າຈະຈັດການເຈລະຈາແບບເຊິ່ງໜ້າໃນຊຸມວັນຈະມາເຖິງ, ໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ ແລະກຳລັງ ເຮັກໂບລາ ເກີດຂຶ້ນຢູ່ລີບັງ ຄືນໃໝ່.
    |
 |
|
ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ. ພາບ: LUDOVIC MARIN/REUTERS |
ຕາມທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລ້ວ, ລັດຖະບານລີບັງ ພ້ອມແລ້ວທີ່ຈະດຳເນີນການເຈລະຈາແບບເຊິ່ງໜ້າກັບ ອິດສະຣາແອັນ. ທ່ານຮຽກຮ້ອງໃຫ້ ອິດສະຣາແອັນ ແລະເຮັກໂບລາ ຢຸດຕິການບຸກໂຈມຕີ, ພ້ອມທັງຖືວ່າ ອິດສະຣາແອັນ ຄວນກຳແໜ້ນໂອກາດນີ້, ເພື່ອເລີ່ມຕົ້ນບັນດາການເຈລະຈາຢຸດຍິງ, ຊອກຫາມາດຕະການຍາວນານ ແລະສ້າງເງື່ອນໄຂເພື່ອໃຫ້ອຳນາດການປົກຄອງລີບັງ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບອະທິປະໄຕ.
ສ່ວນຕາມອົງການສື່ມວນຊົນອິດສະຣາແອັນ, ການເຈລະຈາຄາດວ່າມີການເຂົ້າຮ່ວມຂອງຝ່າຍອາເມລິກາ, ໂດຍຈັດຂຶ້ນຢູ່ຝລັ່ງ ຫຼື ສາທາລະນະລັດ Cyprus, ເນື້ອໃນສຸມໃສ່ການຢຸດຕິການປະທະກັນຢູ່ ລີບັງ ແລະມາດຕະການກຳລັງເຮັກໂບລາ.
ແຫຼ່ງຄັດຈາກ: vovworld.vn