ອາເມລິກາ ຮັບດຳລົງຕຳແໜ່ງປະທານ G20 ຢ່າງເປັນທາງການ
ວັນທີ 1 ທັນວາ, ອາເມລິກາ ຮັບດຳລົງຕຳແໜ່ງ G20 ປີ 2026 ຢ່າງເປັນທາງການ, ພ້ອມທັງໃຫ້ຮູ້ວ່າ: ໂຄງການດຳເນີນງານຈະສຸມໃສ່ຊຸກຍູ້ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ.
ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ບັນດາບຸລິມະສິດໃນອາຍຸການເປັນປະທານຂອງຕົນ, ໃຫ້ຄຳໝັ້ນສັນຍາປະຕິບັດບັນດາການປະຕິຮູບທີ່ຈຳເປັນ ແລະ ນຳ G20 ກັບຄືນສຸມໃສ່ພາລະກຳຫຼັກ ນັ້ນແມ່ນຊຸກຍູ້ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ວໍຊິງຕັນ ຈະບຸລິມະສິດ 3 ບັນຫາຫຼັກ, ລວມມີ: ຈຳກັດພາລະດ້ານກົດໝາຍ, ເປີດລະບົບຕ່ອງໂສ້ການສະໜອງພະລັງງານທີ່ປອດໄພ ແລະ ລາຄາເໝາະສົມ. ສຸດທ້າຍແມ່ນນຳໜ້າໃນບັນດາເຕັກໂນໂລຊີ ແລະ ການປ່ຽນແປງໃໝ່.
ແຫຼ່ງຄັດຈາກ: vovworld.vn