ບັນດາຄວາມມານະພະຍາຍາມໃນການກູ້ຊ່ວຍໃຫ້ແກ່ປະຊາຊົນນັບໜຶ່ນຄົນຕ້ອງຍົກຍ້າຍໄປຍັງບ່ອນປອດໄພສືບຕໍ່ໄດ້ຮັບການຍູ້ແຮງຢ່າງລຸລ່ວງໃນຊຸມທ້າຍອາທິດ. ການສະຖິຕິຂອງວົງການເຈົ້າໜ້າທີ່ບັນດາປະເທດໂດຍໃຫ້ຮູ້ວ່າຍອດຈຳນວນຜູ້ເສຍຊີວິດຢູ່ອິນໂດເນເຊຍ ແມ່ນ 435 ຄົນ, ຢູ່ໄທ ແມ່ນ 170 ຄົນ ແລະມາເລເຊຍ ແມ່ນ 2 ຄົນ ພາຍຫຼັງພາຍຸໄດ້ທຳລາຍໃນວົງກວ້າງຢູ່ສາມປະເທດນີ້ໃນຕະຫຼອດ 1 ອາທິດຜ່ານມາ. ກຳລັງເຈົ້າໜ້າທີ່ຂອງບັນດາປະເທດພວມມານະພະຍາຍາມເຂົ້າເຖິງເຂດຖືກນ້ຳຖ້ວມຕັດແຍກເພື່ອກູ້ເອົາຊີວິດປະຊາຊົນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ແຫຼ່ງຄັດຈາກ: vovworld.vn