ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືແຜນການຂອງອາເມລິກາ ກ່ຽວກັບການຢຸດຕິການປະທະກັນກັບ ຢູແກຼນ
ວັນທີ 25 ພະຈິກ, ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ຮັບແຜນການສັນຕິພາບ 28 ຈຸດ ໂດຍທ່ານ Donald Trump, ປະທານາທິບໍດີອາເມລິກາ ສະເໜີເພື່ອແນໃສ່ຢຸດຕິການປະທະກັນກັບ ຢູແກຼນ ແລະ ພ້ອມແລ້ວທີ່ຈະແລກປ່ຽນກ່ຽວກັບເນື້ອໃນດັ່ງກ່າວ.
ນອກນັ້ນ, ທ່ານ Sergey Lavrov ກໍ່ຖະແຫຼງວ່າ ລັດເຊຍ ຕີລາຄາສູງຫຼັກໝັ້ນຂອງອາເມລິກາ ໃນເລື່ອງຕັ້ງໜ້າຊຸກຍູ້ ແລະເປັນເຈົ້າການຊອກຫາມາດຕະການແກ້ໄຂບັນຫາ ຢູແກຼນ.
ທ່ານ Sergey Lavrov ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງດຳເນີນກອງປະຊຸມຮ່ວມກັບເຈົ້າໜ້າທີ່ການຕ່າງປະເທດ ເບລາຣຸດ ຢູ່ນະຄອນຫຼວງມົດສະກູ. ທ່ານ ຊີ້ແຈ້ງວ່າ ຝ່າຍລັດເຊຍ ໄດ້ຮັບແຜນການດັ່ງກ່າວຜ່ານບັນດາຊ່ອງບໍ່ເປັນທາງການ ແລະມົດສະກູ “ພ້ອມແລ້ວທີ່ຈະປຶກສາຫາລືເນື້ອໃນຂອງແຜນການ ຍ້ອນມີບາງຈຸດຕ້ອງເຮັດແຈ້ງ”. ມົດສະກູ ຫວັງວ່າ ວໍຊິງເຕັນ ຈະແຈ້ງແຜນການທີ່ໄດ້ເປັນເອກະພາບກັບບັນດາປະເທດສຳພັນທະມິດເອີລົບ ແລະ ຢູແກຼນ ຢ່າງເປັນທາງການ.
ແຫຼ່ງຄັດຈາກ: vovworld.vn