ວັນທີ 19 ພະຈິກ, ຄະນະກຳມະການເອີລົບ (EC) ໄດ້ປະກາດຂໍ້ລິເລີ່ມ “Schengen ການທະຫານ” ເພື່ອແນໃສ່ປັບປຸງຢ່າງເຖິງຖອງດ້ານຄວາມໄວໃນການເດີນທາງຂອງນັກຮົບ ແລະວັດຖຸອຸປະກອນການທະຫານຜ່ານເຂດຊາຍແດນຂອງບັນດາປະເທດສະມາຊິກສະຫະພາບ ເອີລົບ (EU). ຕາມຂໍ້ສະເໜີແລ້ວ, ບັນດາປະເທດສະມາຊິກມີພຽງແຕ່ 3 ວັນເພື່ອອອກໃບອະນຸຍາດຜ່ານແດນໃນໄລຍະສັນຕິພາບ ແລະ 6 ເວລາໃນກໍລະນີສຸກເສີນ, ຫຼຸດເວລາລົງຫຼາຍພໍສົມຄວນ ເມື່ອທຽບໃສ່ກັບສະພາບການປັດຈຸບັນ ເຊິ່ງການເດີນທາງຂ້າມຊາຍແດນອາດຈະແກ່ຍາວເວລາເປັນເດືອນ.

leftcenterrightdel
ພາບປະກອບ: REUTERS

ແຜນການນີ້, ແມ່ນສ່ວນໜຶ່ງຂອງບ້ວງ Military Mobility ເຊິ່ງຈະສະເໜີໃນອາທິດນີ້ ແລະແມ່ນບາດກ້າວເດີນໃໝ່ສຸດໃນຄວາມມານະພະຍາຍາມ ຍົກສູງຄວາມສາມາດໃນການປ້ອງກັນຊາດຂອງ EU ໃນທົດສະວັດນີ້. ຂໍ້ລິເລີ່ມຍັງລວມມີລະບົບປະຕິກິລະຍາໄວລະດັບເອີລົບ, ວາດພາບຈຳລອງຕາມກົນໄກປົກປ້ອງພົນລະເຮືອນ EU. ບັນດາປະເທດສະມາຊິກຈະປະກອບສ່ວນບັນດາພາຫະນະຂົນສົ່ງຄື ຕູ້ລົດໄຟ, ເຮືອບັກ ແລະ ເຮືອບິນຍຸດທະສາດຜ່ານກອງທຶນສາມັກຄີເຄື່ອນທີ່ການທະຫານ.

ແຫຼ່ງຄັດຈາກ vovworld.vn