IAEA ຮັບຮອງເອົາມະຕິຮຽກຮ້ອງອີຣານ ຮ່ວມມືໃນບັນຫານິວເຄຼຍ
ວັນທີ 20 ພະຈິກ, ສະພາຜູ້ວ່າການລວມມີ 35 ປະເທດສະມາຊິກ ຂອງອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮັບຮອງເອົາມະຕິເພື່ອແນໃສ່ຕໍ່ກຳນົດເວລາ ແລະປັບປຸງໜ້າທີ່ຂອງ IAEA ໃນລາຍການກ່ຽວກັບໂຄງການນິວເຄຼຍອີຣານ.
ມະຕິຮຽກຮ້ອງໃຫ້ອີຣານ ຕ້ອງແຈ້ງກ່ຽວກັບສະພາບການສາງ uranium ເສີມທາດ ແລະ ບັນດາສະຖານທີ່ນິວເຄຼຍຖືກຖິ້ມລະເບີດໂດຍໄວ, ໃນນັ້ນຊີ້ແຈ້ງວ່າ ອີຣານ ຕ້ອງອະນຸຍາດ IAEA ມີສິດເຂົ້າເຖິງບັນດາຮາກຖານນິວເຄຼຍ, 5 ເດືອນພາຍຫຼັງການບຸກໂຈມຕີທາງອາກາດຂອງອິດສະລາແອັນ ແລະອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງອີຣານ. ກ່ອນໜ້ານັ້ນ, ອີຣານ ໄດ້ກ່າວເຕືອນ ອາເມລິກາ ແລະ ກຸ່ມ E3 (ລວມມີ: ອັງກິດ, ຝລັ່ງ ແລະ ເຢຍລະມັນ) ກ່ຽວກັບມະຕິສະບັບນີ້ ໂດຍເນັ້ນໜັກວ່າ ຖ້າມະຕິໄດ້ຮັບການຮັບຮອງເອົາຈະສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ຕໍ່ການຮ່ວມມືຂອງປະເທດນີ້ກັບ IAEA. ປັດຈຸບັນ ອີຣານ ຍັງບໍ່ທັນອະນຸຍາດໃຫ້ບັນດານັກກວດກາ ເຂົ້າໄປສະຖານທີ່ນິວເຄຼຍ ທີ່ອາເມລິກາ ແລະ ອິດສະລາແອັນ ຖິ້ມລະເບີດໃສ່ເມື່ອເດືອນມິຖຸນາ ປີ 2025.
ແຫຼ່ງຄັດຈາກ: vovworld.vn