ຈີນ ແຈ້ງຂໍ້ຕົກລົງຢຸດຕິການນຳເຂົ້າສິນທະເລຂອງ ຍີ່ປຸ່ນ
ກປ.ອອນໄລ - ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.
ວັນທີ 19 ພະຈິກ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ໄດ້ລົງຂ່າວທີ່ວ່າ ຈີນ ໄດ້ແຈ້ງກັບຍີ່ປຸ່ນກ່ຽວກັບການຢຸດຕິການນຳເຂົ້າສິນທະເລຈາກປະເທດນີ້. ນີ້ແມ່ນການກະທຳຫຼ້າສຸດໃນຄວາມເຄັ່ງຕຶງທາງການທູດ ທີ່ພວມເພີ່ມຂຶ້ນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີ.
ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.
ກ່ອນໜ້ານັ້ນ, ເມື່ອຍີ່ປຸ່ນ ເລີ່ມຕົ້ນການປ່ອຍນ້ຳສິ່ງເສດເຫຼືອອອກທະເລແຕ່ເດືອນ ສິງຫາ 2023, ປັກກິ່ງ ກໍ່ປະກາດຄຳສັ່ງຫ້າມການນຳເຂົ້າສິນທະເລ ເພື່ອຄັດຄ້ານການກະທຳຂອງໂຕກຽວ. ຫຼັງຈາກນັ້ນ, ສອງຝ່າຍກໍ່ໄດ້ດຳເນີນການເຈລະຈາເປັນຫຼາຍຄັ້ງ ແລະ ນັບແຕ່ຕົ້ນເດືອນນີ້, ຈີນ ໄດ້ອະນຸຍາດໃຫ້ເຊື່ອມຕໍ່ການນຳເຂົ້າສິນທະເລຈາກຍີ່ປຸ່ນ ຄືນໃໝ່ ພາຍຫຼັງຍົກເລີກຄຳສັ່ງນຳເຂົ້າຢ່າງຮອບດ້ານ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສະບັບຫຼ້າສຸດຂອງ ຈີນ ອີກຄັ້ງໜຶ່ງໄດ້ຕ່າວປິ້ນນະໂຍບາຍສະບັບນີ້.
ແຈ້ງການໄດ້ຍົກອອກມາພາຍຫຼັງ 1 ວັນ ເມື່ອເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດສອງປະເທດ ດຳເນີນການເຈລະຈາຢູ່ ປັກກິ່ງ ໂດຍກ່ຽວຂ້ອງເຖິງບົດກ່າວຄຳເຫັນຫວ່າງແລ້ວນີ້ຂອງທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່ຽວກັບບັນຫາໄຕ້ຫວັນ (ຈີນ), ແຕ່ບໍ່ບັນລຸໄດ້ໝາກຜົນ.
ໂດຍ: ກວຽດເຕິມ