ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີເປີດການເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 24-25 ຕຸລາ.