ພະນັກງານ ສປຊ 20 ຄົນຖືກ Houthi ກັກຕົວ
ສປຊ ພວມຕິດຕໍ່ກັບອຳນາດການປົກຄອງຢູ່ນະຄອນຫຼວງ Sanaa ແລະບັນດາປະເທດສະມາຊິກທີ່ກ່ຽວຂ້ອງ ພ້ອມກັບລັດຖະບານ ເຢແມັນ ເພື່ອຢຸດຕິການກັກຕົວພະນັກງານທັງໝົດ ແລະ ຟື້ນຟູສິດອຳນາດເຕັມໃນການຄວບຄຸມບັນດາຮາກຖານຂອງ ສປຊ ຢູ່ Sanaa.
ວັນທີ 19 ຕຸລາ, ຫ້ອງວ່າການ ສປຊ ປະຈຳ ເຢແມັນ ໃຫ້ຮູ້ວ່າ ພະນັກງານ 20 ຄົນຂອງຫ້ອງການນີ້ພວມຍັງຖືກກຳລັງ Houthi ກັກຕົວ, ພາຍຫຼັງການບຸກໂຈມຕີເລັ່ງໃສ່ສຳນັກງານຫ້ອງການ ຢູ່ນະຄອນຫຼວງ Sanaa ກ່ອນນັ້ນ 1 ວັນ. ໃນຈຳນວນພະນັກງານ 20 ຄົນທີ່ຖືກ Houthi ກັກຕົວ, ມີພະນັກງານສາກົນ 15 ຄົນ. ສປຊ ພວມຕິດຕໍ່ກັບອຳນາດການປົກຄອງຢູ່ນະຄອນຫຼວງ Sanaa ແລະ ບັນດາປະເທດສະມາຊິກທີ່ກ່ຽວຂ້ອງ ພ້ອມກັບລັດຖະບານ ເຢແມັນ ເພື່ອຢຸດຕິການກັກຕົວພະນັກງານທັງໝົດ ແລະ ຟື້ນຟູສິດອຳນາດເຕັມໃນການຄວບຄຸມບັນດາຮາກຖານຂອງ ສປຊ ຢູ່ Sanaa.
ແຫຼ່ງຄັດຈາກ vovworld.vn