ປາແລັດສະຕິນ ປະກາດແຜນການສ້າງເຂດ ກາຊາ ຄືນໃໝ່
ທ່ານ Mustafa ໃຫ້ຮູ້ວ່າ ແຜນການ 5 ປີ ທີ່ໄດ້ຮັບການກໍ່ສ້າງຂຶ້ນນັ້ນ ລວມມີ 3 ໄລຍະ, ກວມເອົາ 18 ຂົງເຂດ ນັບແຕ່ເຮືອນຢູ່ອາໄສ, ການສຶກສາຕະຫຼອດຮອດການຄຸ້ມຄອງບໍລິຫານ.
65 ຕື້ USD ແມ່ນງົບປະມານທັງໝົດທີ່ຕ້ອງການເພື່ອສ້າງເຂດ ກາຊາ ຄືນໃໝ່. ນີ້ແມ່ນຕົວເລກທີ່ລະບຸໃນແຜນການ ໂດຍທ່ານ Mohammed Mustafa ນາຍົກລັດຖະມົນຕີ ອຳນາດການປົກຄອງ ປາແລັດຕິນ (PA) ໄດ້ຍົກອອກມາໃນການພົບປະກັບເຈົ້າໜ້າທີ່ ສປຊ ແລະວົງການທູຕານຸທູດຢູ່ Ramallah ໃນວັນທີ 16 ຕຸລາ.
    |
 |
ພາບປະກອບຈາກ REUTERS/Dawoud Abu Alkas |
ທ່ານ Mustafa ໃຫ້ຮູ້ວ່າ ແຜນການ 5 ປີ ທີ່ໄດ້ຮັບການກໍ່ສ້າງຂຶ້ນນັ້ນ ລວມມີ 3 ໄລຍະ, ກວມເອົາ 18 ຂົງເຂດ ນັບແຕ່ເຮືອນຢູ່ອາໄສ, ການສຶກສາ ຕະຫຼອດຮອດການຄຸ້ມຄອງບໍລິຫານ. ຕາມນັ້ນແລ້ວ, ກາຊາ ຈະໄດ້ຮັບການກໍ່ສ້າງຄືນໃໝ່ໃຫ້ກາຍເປັນ “ເຂດດິນແດນເປີດກວ້າງ, ເຊື່ອມຕໍ່ ແລະ ວັດທະນາຖາວອນຂອງລັດ ປາແລັດຕິນ”. ແຜນການສ້າງເຂດຄືນໃໝ່ ມຸ່ງໄປເຖິງການເປີດທາງໃຫ້ແກ່ອຳນາດການປົກຄອງ ປາແລັດສະຕິນ ເອກະພາບ, ປັບປຸງຄວາມເປັນເອກະພາບດ້ານການເມືອງ ແລະດິນແດນລະຫວ່າງ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ນີ້ແມ່ນການກະທຳທີ່ໜ້າສົນໃຈ ເມື່ອ PA ເສຍບົດບາດຄຸ້ມຄອງເຂດ ກາຊາ ແຕ່ປີ 2007, ພາຍຫຼັງທີ່ຂະບວນການ ຮາມາດສ ຢຶດເອົາສິດຄວບຄຸມເຂດດິນແດນນີ້. ທ່ານ Mustafa ຢັ້ງຢືນວ່າ PA ຈະເຄື່ອນໄຫວ ຢູ່ເຂດ ກາຊາ ຄືນໃໝ່ ພາຍໃນເວລາ 12 ເດືອນຈະມາເຖິງ.
ແຫຼ່ງຄັດຈາກ vovworld.vn