ຄົນທຸກຍາກເກືອບ 900 ລ້ານຄົນ ຕ້ອງປະເຊີນໜ້າກັບຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ
ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສ່ຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນຈາກຄວາມຮັບຮູ້ກາຍເປັນການກະທຳໂດຍໄວ.
    |
 |
ພາບປະກອບຄັດຈາກ: REUTERS/Bruno Kelly |
ວັນທີ 17 ຕຸລາ, ສປຊ ກ່າວເຕືອນວ່າ ມີເກືອບ 80% ຈຳນວນຄົນທຸກຍາກທີ່ສຸດປະມານ 900 ລ້ານຄົນ ໃນໂລກພວມປະເຊີນໜ້າກັບໄພອັນຕະລາຍກ່ຽວກັບດິນຟ້າອາກາດຍ້ອນປະກົດການໜ່ວຍໂລກອຸ່ນຂຶ້ນ, ພ້ອມທັງຕ້ອງຮັບຜົນຕາມມາຍ້ອນການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງເລິກເຊິ່ງ. ບົດລາຍງານປະຈຳປີໂດຍອົງການ ສປຊ ເພື່ອການພັດທະນາ (UNDP) ສົມທົບກັບຂໍ້ລິເລີ່ມພັດທະນາມະນຸດ ແລະຕ້ານໄພອຶດຫິວທຸກຍາກ Oxford ປະກາດສະແດງໃຫ້ເຫັນວ່າ ມີປະມານ 1,1 ຕື້ຄົນ, ກວມເອົາ 18% ໃນຈຳນວນ 6,3 ຕື້ຄົນຢູ່ 109 ປະເທດ ແລະເຂດແຄ້ວນພວມດຳລົງຊີວິດໃນສະພາບການທຸກຍາກຢ່າງຮ້າຍແຮງ.
ຕາມການກ່າວເຕືອນຂອງນັກຊ່ຽວຊານແລ້ວ, ເມື່ອໜ່ວຍໂລກອຸ່ນຂຶ້ນໂດຍໄວ, ສະພາບການນີ້ອາດຈະຮ້າຍແຮງກວ່າອີກ. ດັ່ງນັ້ນ, ບັນດາປະເທດທຸກຍາກທີ່ສຸດໃນປັດຈຸບັນມີຄວາມສ່ຽງຖືກຜົນສະທ້ອນຢ່າງຮ້າຍແຮງຈາກບັນຫາອຸນຫະພູມເພີ່ມຂຶ້ນສູງ. ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບຄວາມສ່ຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນຈາກຄວາມຮັບຮູ້ກາຍເປັນການກະທຳໂດຍໄວ.
ແຫຼ່ງຄັດຈາກ: vovworld.vn