leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ວັນທີ 19 ຕຸລາ, ຜູ້ມີສິດເລືອກຕັ້ງ ໂບລີເວຍ ໄດ້ເລີ່ມຕົ້ນການປ່ອນບັດການເລືອກຕັ້ງປະທານາທິບໍດີີຮອບທີ2, ເລືອກລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງສອງຄົນຢູ່ຝ່າຍກົງກັນຂ້າມ ເປັນຄັ້ງທຳອິດ ພາຍຫຼັງ 20 ປີກຳອຳນາດຂອງພັກຝ່າຍຊ້າຍ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງເປີດປະຕູແຕ່ເວລາ 8 ໂມງຫາເວລາ 16 ໂມງ, ດ້ວຍຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຄົບຖ້ວນ ເກືອບ 8 ລ້ານຄົນ ແລະ ການປ່ອນບັດແມ່ນແບບບັງຄັບ. ການເລືອກຕັ້ງຮອບທີ 2 ແມ່ນການແຂ່ງຂັນລະຫວ່າງທ່ານ Rodrigo Paz ຜູ້ສະໝັກເລືອກຕັ້ງຕາມແນວທາງປອງດອງຂອງພັກປະຊາທິປະໄຕສາສະໜາ ເຢຊູ ແລະ ທ່ານ Jorge “Tuto” Quiroga ອະດີດປະທານາທິບໍດີ ຜູ້ຕາງໜ້າພັນທະມິດ Alianza Libre.

ແຫຼ່ງຄັດຈາກ vovworld.vn