ລັດຖະມົນຕີການຕ່າງປະເທດ ລັດເຊຍ-ອາເມລິກາ ໄດ້ໂອ້ລົມທາງໂທລະສັບກະກຽມໃຫ້ແກ່ກອງປະຊຸມສຸດຍອດຢູ່ ຮຸງກາຣີ
ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ວັນທີ 20 ຕຸລາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ແລະຄູ່ຕຳແໜ່ງອາເມລິກາ ທ່ານ Marco Rubio ໄດ້ໂອ້ລົມທາງໂທລະສັບປຶກສາຫາລືບັນດາບາດກ້າວເດີນລະອຽດເພື່ອຜັນຂະຫຍາຍບັນດາຄວາມເຂົ້າໃຈທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະທ່ານ Donald Trump ປະທານາທິບໍດີ ອາເມລິກາ ເມື່ອວັນທີ 16 ຕຸລາ.