ຄຳສັ່ງຢຸດຍິງຢູ່ເຂດກາຊາ ໄດ້ຟື້ນຟູພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະລາແອັນ
ຮາມາດສ ຊີ້ແຈ້ງວ່າຍັງພວມປະຕິບັດຕາມຂໍ້ຕົກລົງຢ່າງເຂັ້ມງວດ, ຢັ້ງຢືນວ່າກອງທັບອິດສະລາແອັນ ແມ່ນຝ່າຍລະເມີດຄຳໝັ້ນສັນຍາຢຸດຍິງ ເປັນຫຼາຍຄັ້ງ ແລະ ເຮັດໃຫ້ຊາວປາແລັດສະຕິນ ນັບສິນຄົນເສຍຊີວິດໃນ 10 ມື້ຜ່ານມາ.
ຕອນຄ່ຳວັນທີ 19 ຕຸລາ, ກອງທັບອິດສະລາແອັນ ໄດ້ແຈ້ງການຟື້ນຟູຄຳສັ່ງຢຸດຍິງຢູ່ເຂດກາຊາ ກັບຂະບວນການອິດມະລາມ ຮາມາດສ. ການກະທຳໄດ້ດຳເນີນໃນເວລາ 2 – 3 ຊົ່ວໂມງເມື່ອກອງທັບອາກາດ ອິດສະລາແອັນ ປຸກລະດົມບັນດາການບຸກໂຈມຕີໃນທົ່ວເຂດກາຊາ, ເປັນການສ້າງຄວາມເຄັ່ງຕຶງດ້ານການທະຫານທີ່ເປັນໜ້າສົນໃຈນັບແຕ່ເວລາຄຳສັ່ງຢຸດຍິງມີຜົນບັງຄັບໃຊ້ ນັບແຕ່ວັນທີ 10 ຕຸລາ ຜ່ານມາ.
ໃນຂະນະນັ້ນ, ຮາມາດສ ໄດ້ປະຕິເສດຂໍ້ກ່າວຫາທີ່ກ່ຽວຂ້ອງເຖິງການບຸກໂຈມຕີເລັ່ງໃສ່ນັກຮົບອິດສະລາແອັນຢູ່ Rafah ໃນຕອນເຊົ້າວັນທີ 19 ຕຸລາ. ຮາມາດສ ຊີ້ແຈ້ງວ່າຍັງພວມປະຕິບັດຕາມຂໍ້ຕົກລົງຢ່າງເຂັ້ມງວດ, ຢັ້ງຢືນວ່າກອງທັບອິດສະລາແອັນ ແມ່ນຝ່າຍລະເມີດຄຳໝັ້ນສັນຍາຢຸດຍິງ ເປັນຫຼາຍຄັ້ງ ແລະເຮັດໃຫ້ຊາວປາແລັດສະຕິນ ນັບສິນຄົນເສຍຊີວິດໃນ 10 ມື້ຜ່ານມາ.
ແຫຼ່ງຄັດຈາກ vovworld.vn