ໃນວັນດຽວກັນ, IDF ກໍ່ປະກາດວ່າ ກອງທັບອິດສະຣາແອັນ ໄດ້ບຸກໂຈມຕີ ແລະເຂັ່ນຂ້າພາກສ່ວນກໍ່ການຮ້າຍຈຳນວນໜຶ່ງຢູ່ນະຄອນ Khan Younis, ທາງທິດໃຕ້ເຂດກາຊາ. ໄລ່ລວມໃນ 2 ວັນຜ່ານມາ, ການບຸກໂຈມຕີຄັ້ງຕ່າງໆຂອງກອງທັບອິດສະຣາແອັນ ຢູ່ເຂດກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ.

ໃນວັນດຽວກັນ, ກອງທັບອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ລີບັງ. ແຈ້ງການຂອງ IDF ຊີ້ແຈ້ງວ່າ: Hezbollah ພວມສືບຕໍ່ບັນດາຄວາມມານະພະຍາຍາມສ້າງພື້ນຖານໂຄງລ່າງການທະຫານຄືນໃໝ່ໃນທົ່ວປະເທດລີບັງ ເຊິ່ງໄດ້ລະເມີດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະລີບັງ ທີ່ມີຜົນບັງຄັບໃຊ້ນັບແຕ່ເດືອນພະຈິກ ປີ 2024 ຢ່າງຮ້າຍແຮງ.

ແຫຼ່ງຄັດຈາກ vovworld.vn