leftcenterrightdel
ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ. ພາບ: REUTERS/Leonhard Foeger

ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ  ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ໃນວັນທີ 17 ຕຸລາ ທ່ານ Volodymyr Zelensky ໃຫ້ຮູ້ວ່າ ທ່ານເຫັນດີຕໍ່ຄຳຮຽກຮ້ອງຂອງການນຳອາເມລິກາ ກ່ຽວກັບເລື່ອງບັນດາກຳລັງ ຢູແກຼນ ແລະລັດເຊຍ ຄວນຢຸດຕິການປະທະກັນ ເພື່ອເປີດເສັ້ນທາງໃຫ້ແກ່ການເຈລະຈາສັນຕິພາບ. ທ່ານ Zelensky ກໍ່ຍົກອອກທັດສະນະກ່ຽວກັບເສັ້ນທາງໄປສູ່ສັນຕິພາບ, ຕາມນັ້ນແລ້ວກ່ອນອື່ນໝົດຕ້ອງເຂົ້າຮ່ວມການເຈລະຈາຫຼັງຈາກນັ້ນແມ່ນຢຸດຍິງ. ທ່ານຫວັງວ່າ ຂໍ້ຕົກລົງສັນຕິພາບຫວ່າງແລ້ວນີ້ໂດຍທ່ານປະທານາທິບໍດີ ອາເມລິກາ ປະສານງານຢູ່ພາກຕາເວັນອອກກາງລະຫວ່າງ ອິດສະລາແອັນ ແລະຮາມາດສ ອາດສາມາດສ້າງທ່ວງທ່າເພື່ອບັນລຸໄດ້ຂໍ້ຕົກລົງສິ້ນສຸດການປະທະກັນຢູ່ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn