ທ່ານພົນໂທ Michael Randrianirina, ຜູ້ນຳໜ້າກົມກອງບໍລິຫານ ແລະເຕັກນິກ (CAPSAT), ຫົວໜ່ວຍແຖວໜ້າຂອງກອງທັບ Madagascar ໄດ້ກ່າວຖະແຫຼງຢູ່ທຳນຽບປະທານາທິບໍດີ, ໄດ້ແຈ້ງຢຸດຕິການປະຕິບັດລັດຖະທຳມະນູນ ແລະສ້າງຕັ້ງຄະນະກຳມະການບໍລິຫານຊົ່ວຄາວ ດ້ວຍຜູ້ຕາງໜ້າຂອງກອງທັບ, ສັນຕິລາດທະຫານ ແລະຕຳຫຼວດແຫ່ງຊາດ.
ສານລັດຖະທຳມະນູນ Madagascar ໄດ້ຢັ້ງຢືນສິດອຳນາດຂອງທ່ານ Randrianirina, ປະກາດຖານະຕຳແໜ່ງແຕ່ງຕັ້ງຂອງທ່ານປະທານາທິບໍດີຜູ້ຖືກປະຫວ່າງ. ເຖິງຢ່າງໃດກໍ່ຕາມ, ທຳນຽບປະທານາທິບໍດີ Madagascar ໄດ້ກ່າວປະນາມການກະທຳດັ່ງກ່າວໃນທັນທີ, ພ້ອມທັງຢັ້ງຢືນວ່າ ທ່ານປະທານາທິບໍດີ Rajoelina ຍັງຄົງສືບຕໍ່ດຳລົງຕຳແໜ່ງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image