ການນຳ ລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະພາບພົບປະກັນຢູ່ ຮຸງກາຣີ
ນະຄອນຫຼວງ Budapest ຂອງ ຮຸງກາຣີ ຈະແມ່ນສະຖານທີ່ດຳເນີນການພົບປະລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ.
ແຈ້ງການດັ່ງກ່າວທີ່ບັນດາຝ່າຍຍົກອອກມາ ພາຍຫຼັງທີ່ການນຳ 2 ທ່ານໄດ້ດຳເນີນການໂອ້ລົມທາງໂທລະສັບໃນວັນທີ 16 ຕຸລາ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຈຸດເວລາດຳເນີນການພົບປະນີ້.
    |
 |
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ພົບກັນເມື່ອເດືອນ 8. ພາບ: Reuters |
ໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ ໄດ້ແລກປ່ຽນ “ຢ່າງມີປະສິດທິຜົນທີ່ສຸດ”, ພ້ອມທັງເຊື່ອໝັ້ນວ່າ ຈະມີ “ຄວາມຄືບໜ້າໃຫຍ່” ຜ່ານການກະທຳນີ້. ທ່ານ Trump ຈະແຈ້ງໃຫ້ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່ຽວກັບເນື້ອໃນຂອງການໂອ້ລົມທາງໂທລະສັບດັ່ງກ່າວ ໃນການພົບປະທີ່ດຳເນີນຢູ່ທຳນຽບຂາວໃນວັນທີ 17 ຕຸລາ (ຕາມເວລາ ວໍຊິງຕັນ).
ໃນວັນດຽວກັນ, ທ່ານນາງ Karoline Leavitt ເລຂາສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ການນຳສອງທ່ານ ໄດ້ເຫັນດີຈັດກອງປະຊຸມຂັ້ນສູງກ່ຽວກັບບັນຫາ ຢູແກຼນ ໃນອາທິດໜ້າ, ອາດຈະພາໄປເຖິງການຈັດກອງປະຊຸມສຸດຍອດແບບເຊິ່ງໜ້າ ຄັ້ງທີ 2.
ແຫຼ່ງຄັດຈາກ vovworld.vn