ວັນທີ 14 ຕຸລາ, ທ່ານນາງ Olga Cherevko ໂຄສົກຫ້ອງວ່າການ ສປຊ ກ່ຽວກັບການປະສານງານບັນດາບັນຫາມະນຸດສະທຳ ຢູ່ເຂດກາຊາ  ໃຫ້ຮູ້ວ່າ ສປຊ ໄດ້ຮັບແຈ້ງການຈາກອົງການຂຶ້ນກັບກະຊວງປ້ອງກັນປະເທດ ອິດສະຣາແອັນ ກ່ຽວກັບເລື່ອງແຕ່ລະມື້ປະເທດນີ້ຈະພຽງແຕ່ອະນຸຍາດໃຫ້ລົດບັນທຸກເຄື່ອງຊ່ວຍເຫຼືອມະນຸດສະທຳ 300 ຄັນເຂົ້າເຂດກາຊາ, ແທນທີ່ 600 ຄັນຕໍ່ມື້ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ພວມມີຜົນສັກສິດ. ເລື່ອງຈຳກັດດັ່ງກ່າວເລີ່ມໝູນໃຊ້ແຕ່ວັນທີ 15 ຕຸລາ ເພື່ອແນໃສ່ມີປະຕິກິລິຍາຕອບກັບຕໍ່ເລື່ອງຂະບວນການ ຮາມາດສ ລະເມີດຂໍ້ຕົກລົງມອບສົ່ງຊາກສົບຕົວປະກັນໃຫ້ແກ່ ອິດສະຣາແອັນ.

leftcenterrightdel
ລົດຂົນສົ່ງເຊື້ອເພີງຂອງ ສປຊ ຈາກ ຊີນາຍ, ອີຢິບ ເຂົ້າເຂດ ກາຊາ ຜ່ານດ່ານຊາຍແດນ Rafah. ພາບ: vov.vn

ກ່ອນໜ້ານັ້ນ, ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ເຈົ້າໜ້າທີ່ຄວາມໝັ້ນຄົງປະເທດນີ້ ໄດ້ຕັ້ງຂໍ້ສະເໜີວົງການເຈົ້າໜ້າທີ່ການເມືອງຍັງບໍ່ທັນອະນຸຍາດໃຫ້ເປີດປະຕູດ່ານຊາຍແດນ Rafah ຈາກແຫຼມ ຊີນາຍ ຂອງ ອີຢິບ ເຂົ້າເຂດ ກາຊາ, ພ້ອມທັງພຽງແຕ່ອະນຸຍາດໃຫ້ສ່ວນໜຶ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຂົນສົ່ງເຂົ້າເຂດ ກາຊາ ໃນແຕ່ລະມື້, ກ່ອນທີ່ ຮາມາດ ມອບຊາກສົບຂອງຕົວປະກັນ 28 ຄົນ ໃຫ້ແກ່ ອິດສະຣາແອັນ.

ຄວາມຈິງດັ່ງກ່າວເຮັດໃຫ້ນັກວິເຄາະຫຼາຍທ່ານ ມີຄວາມວິຕົກກັງວົນຕໍ່ບັນດາການເຈລະຈາລະຫວ່າງ ອິດສະຣາແອັນ ແລະຮາມາດສ ກ່ຽວກັບການຜັນຂະຫຍາຍໄລຍະທີ 2 ຂອງຂໍ້ຕົກລົງ, ມີຄວາມສ່ຽງຖືກຢຸດສະງັກ, ຊ້ຳບໍ່ໜຳແມ່ນຖືກແຕກແຫງ.

ແຫຼ່ງຄັດຈາກ: vovworld.vn