leftcenterrightdel
ເຄື່ອງເຈາະນ້ຳມັນ ຢູ່ອາເມລິກາ. ພາບ:THX/ສໍານັກຂ່າວສານຫວຽດນາມ

ກະຊວງການຄ້າອິນເດຍ ໃຫ້ຮູ້ວ່າ ປັດຈຸບັນ ປະເທດນີ້ພວມນຳເຂົ້ານ້ຳມັນຂອງ ອາເມລິກາ ດ້ວຍມູນຄ່າປະມານ 12-13 ຕື້ ໂດລາສະຫະລັດ/ປີ ແລະອາດຈະເພີ່ມທະວີການນຳເຂົ້າສິນຄ້າປະເພດນີ້ຕື່ມອີກ 14-15 ຕື້ໂດລາສະຫະລັດ ອີງຕາມຄວາມສາມາດກັ່ນຕອງນ້ຳມັນທີ່ມີຢູ່ແລ້ວ. ການກະທຳນີ້ນອນໃນຍຸດທະສາດຂອງ New Delhi ເພື່ອແນໃສ່ຫຼຸດຜ່ອນສ່ວນເກີນດ້ານການຄ້າທີ່ຂຶ້ນເຖິງກວ່າ 42 ຕື້ໂດລາສະຫະລັດ ກັບອາເມລິກາ, ຜ່ານນັ້ນສ້າງເງື່ອນໄຂໃຫ້ແກ່ຂໍ້ຕົກລົງທາງການຄ້າສະບັບໃໝ່ລະຫວ່າງສອງຝ່າຍໃນເດືອນ ພະຈິກ ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn