ລັດຖະມົນຕີກະຊວງປ້ອງກັນປະເທດ NATO ໂຮມປະຊຸມປຶກສາຫາລືເປົ້າໝາຍໃຊ້ຈ່າຍດ້ານປ້ອງກັນຊາດ ແລະໜູນຊ່ວຍ ຢູແກຼນ
ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.
ວັນທີ 15 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄຂຂຶ້ນຢູ່ ບຣຸກແຊນ (ແບນຊິກ). ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.
ກອງປະຊຸມຄັ້ງນີ້ ເຕົ້າໂຮມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ ພ້ອມດ້ວຍທ່ານ Pete Hegseth, ລັດຖະມົນຕີກະຊວງສົງຄາມອາເມລິກາ, ເຊິ່ງສຸມໃສ່ແລກປ່ຽນກ່ຽວກັບສາມເນື້ອໃນຫຼັກ: ລະດັບການໃຊ້ຈ່າຍດ້ານປ້ອງກັນຊາດ ຮອດປີ 2035, ນະໂຍບາຍໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ແລະຍົກສູງກຳລັງຄວາມສາມາດປ້ອງກັນອາກາດລວມຂອງພັນທະມິດ.
ຂໍ້ສະເໜີຍົກລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຂຶ້ນ 5% GDP ໃນປີ 2035 ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງກອງປະຊຸມ. ສ່ວນໃຫຍ່ບັນດາປະເທດສະມາຊິກໄດ້ສະແດງການສະໜັບສະໜູນຕໍ່ເປົ້າໝາຍນີ້, ແຕ່ ແອັດສະປາຍ ໄດ້ຮັບຖືວ່າ ບໍ່ເຂົ້າຮ່ວມຄຳໝັ້ນສັນຍາ.
ແຫຼ່ງຄັດຈາກ: vovworld.vn