ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະພາສິດທິມະນຸດ ສປຊ
ກປ.ອອນໄລ - ວັນທີ 14 ຕຸລາ (ຕາມເວລານິວຢອກ, ອາເມລິກາ), ທີ່ສຳນັກງານສະຫະປະຊາຊາດ (ສປຊ), ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028.
ກອງປະຊຸມສະມັດຊາໃຫຍ່ ສປຊ ວັນທີ 14 ຕຸລາ, ດ້ວຍການເຂົ້າຮ່ວມຂອງ 190 ປະເທດສະມາຊິກທີ່ມີສິດເລືອກຕັ້ງຂອງ ສປຊ, ໄດ້ເລືອກຕັ້ງ 14 ປະເທດສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028. ຫວຽດນາມ ໄດ້ຮັບ 180 ບັດສະໜັບສະໜູນ, ສູງສຸດໃນກຸ່ມອາຊີ-ປາຊີຟິກ, ພ້ອມທັງແມ່ນປະເທດໜຶ່ງດຽວອາຊີ-ປາຊີຟິກ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ໄດ້ຮັບເລືອກຕັ້ງຄືນໃໝ່ ອາຍຸການ 2026-2028.
    |
 |
ຄະນະຜູ້ແທນຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະພາສິດທິມະນຸດ ສປຊ ຄືນໃໝ່ ອາຍຸການ 2026-2028. ພາບ: ກະຊວງການຕ່າງປະເທດ |
ຜົນການເລືອກຕັ້ງຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມໄວ້ວາງໃຈ, ຕີລາຄາສູງຂອງບັນດາສະມາຊິກ ສປຊ ຕໍ່ກັບບັນດາຄຳໝັ້ນສັນຍາ ແລະຄວາມມານະພະຍາຍາມຢ່າງແຮງຂອງຫວຽດນາມ ກ່ຽວກັບການຊຸກຍູ້ ແລະປົກປ້ອງສິດທິມະນຸດ ພ້ອມກັບການປະກອບສ່ວນ, ຂໍ້ລິເລີ່ມຂອງຫວຽດນາມ ໃນຖານະຕຳແໜ່ງເປັນສະພາສິດທິມະນຸດ ສປຊ ອາຍຸການ 2023-2025 ຜ່ານມາ. ສິ່ງເຫຼົ່ານີ້ກໍ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຄົມສາກົນ ຕໍ່ນະໂຍບາຍພົວພັນຕ່າງປະເທດທີ່ເປີດກວ້າງ, ຄວາມມານະພະຍາຍາມເຂົ້າຮ່ວມ ແລະປະກອບສ່ວນເຂົ້າໃນບັນດາກົນໄກຫຼາຍຝ່າຍ, ຜົນງານຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະຄວາມຮັບຮູ້ກ່ຽວກັບທີ່ຕັ້ງນັບມື້ນັບໄດ້ຮັບການປັງປຸງຂອງຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ໃນຄັ້ງທີ 3 ດຳລົງຕໍາແໜ່ງເປັນສະມາຊິກສະພາສິດທິມະນຸດ ສປຊ, ຫວຽດນາມ ຈະສືບຕໍ່ຊຸກຍູ້ 8 ຂົງເຂດບຸລິມະສິດກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ, ຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ ແລະການຫັນເປັນດີຈີຕອນ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງບັນດາກຸ່ມຜູ້ມີຄວາມສ່ຽງໄພສູງ, ສິດສຸຂະພາບ, ການສຶກສາສິດທິມະນຸດ ແລະສິດການສຶກສາ. ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ແກ້ໄຂຄວາມເອົາໃຈໃສ່ລວມກ່ຽວກັບສິດທິມະນຸດດ້ວຍຈິດໃຈ “ເຄົາລົບ ແລະເຂົ້າໃຈ-ເຈລະຈາ ແລະການຮ່ວມມື-ສິດທິມະນຸດທັງໝົດສຳລັບທຸກຄົນ”.
ສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028 ຈະເລີ່ມແຕ່ວັນທີ 1 ມັງກອນ 2026.
ໂດຍ: ເຈິ່ນຮວ່ຽນ