ຈີນ ປາດຖະໜາຢາກເພີ່ມທະວີການຮ່ວມມືພັດທະນາດ້ານສະບຽງອາຫານ ແລະກະສິກຳກັບອາຊຽນ
ກປ.ອອນໄລ - ທ່ານ Maierdan Mugaiti ຮອງລັດຖະມົນຕີກະຊວງກະສິກຳ ແລະຊົນນະບົດຈີນ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດອາຊຽນ ສືບຕໍ່ຮ່ວມມື, ແບ່ງປັນບົດຮຽນກ່ຽວກັບກະສິກໍາ.
ກອງປະຊຸມພັດທະນາການຮ່ວມມືດ້ານສະບຽງອາຫານ ແລະກະສິກຳ ຈີນ-ອາຊຽນ 2025 ໄດ້ໄຂຂຶ້ນແຕ່ວັນທີ 12-14 ຕຸລາ, ຢູ່ zhengzhou, ແຂວງ Henan, ພາກກາງຂອງຈີນ.
    |
 |
ກອງປະຊຸມພັດທະນາການຮ່ວມມືດ້ານສະບຽງອາຫານ ແລະກະສິກຳ ຈີນ-ອາຊຽນ 2025. ພາບ: vov.vn |
ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ ແມ່ນເຈົ້າໜ້າທີ່, ນັກຮຽນຮູ້ ແລະວິສາຫະກິດໃນຂົງເຂດກະສິກຳຂອງຈີນ ແລະບັນດາປະເທດອາຊຽນ, ໄດ້ປຶກສາຫາລືກ່ຽວກັບວິທີການປະຕິບັດຄວາມເຫັນດີເຫັນພ້ອມຂອງການນຳ ຈີນ-ອາຊຽນ; ຊຸກຍູ້ການແບ່ງປັນການປ່ຽນແປງໃໝ່ເຕັກໂນໂລຊີກະສິກຳ, ພັດທະນາກະສິກຳສີຂຽວ, ເປີດກວ້າງການຄ້າ ແລະການລົງທຶນສອງຝ່າຍ, ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍດ້ານການຄ້າທົ່ວໂລກ, ພ້ອມກັນສ້າງຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ ແລະກະສິກຳໃນພາກພື້ນ.
ກ່າວຄຳເຫັນນະທີ່ນີ້, ທ່ານ Maierdan Mugaiti ຮອງລັດຖະມົນຕີກະຊວງກະສິກຳ ແລະຊົນນະບົດ ຈີນ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດອາຊຽນ ສືບຕໍ່ຮ່ວມມື, ແບ່ງປັນບົດຮຽນ ແລະເຕັກໂນໂລຢີ ກໍຄື ກາລະໂອກາດພັດທະນາ, ຊຸກຍູ້ກະສິກໍາໃນພາກພື້ນພັດທະນາຕາມທິດປອດໄພກວ່າ, ຂຽວກວ່າ, ສະຫຼາດກວ່າ ແລະສະຖຽນລະພາບກວ່າ, ປະກອບສ່ວນຫຼາຍກວ່າເຂົ້າໃນຄວາມໝັ້້ນຄົງດ້ານສະບຽງອາຫານໃນພາກພື້ນ ແລະໂລກ.
ໂດຍ: ໄຊນີດາ